​ກ່ຽວ​ກັບ

vivo ເປັນ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ​ທີ່​ສ້າງ​ຜະ​ລິດ​​ຕະ​ພັນ​ທີ່​ດີ​ຕາມ​ຄ່ານິ​ຍົມ​ທີ່​ຂັບ​ເຄື່ອນ​ດ້ວຍ​ການ​ອອກ​ແບບ, ໂດຍ​ມີ​ອຸ​ປະ​ກອນ​ອັດ​ສະ​ລິ​ຍະ ແລະ ການ​ບໍ​ລິ​ການ​ທີ່​ອັດ​ສະ​ລິ​ຍະ​ເປັນ​ແກນຫຼັກ.
  • ພາ​ລະ​ກິດ


    ສ້າງ​ຜະ​ລິດ​ຕະ​ພັນ​ທີ່​ດີ​ໃຫ້​ແກ່​ຜູ້​ໃຊ້

    ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ມ່ວນ​ຊື່ນ ແລະ ກ້າວ​ໜ້າ​ໃຫ້​ແກ່​ພະ​ນັກ​ງ​ານ

    ສ້າງ​ແພ​ລດ​ຟອມ​ທີ່​ເພີ່ງ​ພໍ​ໃຈ​ທັງ​ສອງ​ຝ່າຍ​ສຳ​ລັບ​​ຫຸ້ນ​ສ່ວນ​ອີງ​ຕາມ​ຄວາມ​ໄວ້​ວາງ​ໃຈ​ເຊີ່ງ​ກັນ ແລະ ກັນ

    ໃຫ້​ຜົນ​ຕອບ​ແທນ​​ການ​ລົງ​ທຶນໄລ​ຍະ​ຍາວ​​ທີ່ຄົງ​ທີ່​ແກ່​ຜູ້​ຖື​ຫຸ້ນ

  • ວິ​ໄສ​ທັດ

    ພັດ​ທະ​ນາ​ອົງ​ການ​ລະ​ດັບ​ໂລກ​ທີ່​ມີ​ສຸ​ຂະ​ພາບ​ດີ ແລະ ຍືນ​ຍົງຫຼາຍ​ຂຶ້ນ

    ຄ່າ​ນິ​ຍົມຫຼັກ

    ເບນ​ເຟນ, ຄ່າ​ນິ​ຍົມ​ທີ່​ຂັບ​ເຄື່ອນ​ດ້ວຍ​ການ​ອອກ​ແບບ, ການ​ວາງ​ແນວ​ທາງ​ຜູ້​ໃຊ້, ການ​ຮຽນ​ຮູ້​ຢ່າງ​ຕໍ່​ເນື່ອງ ແລະ ຈິດ​ວິນ​ຍານ​ຂອງ​ທີມ

ຄວາມ​ໝັ້ນ​ໃຈ​ດ້ານ​ເຕັ​ກ​ນິກ​ຂອງ​ພວກ​ເຮົາ​ມາ​ຈາກ​ເຄືອ​ຂ່າຍ R&D

ໃນ​ຂະ​ນະ​ທີ່​ລວບ​ລວມ ແລະ ພັດ​ທະ​ນາ​ຜູ້​ມີ​ຄວາມ​ສາດ​ໃນ​ທ້ອງ​ຖິ່ນ​ທີ່​ດີ​ທີ່​ສຸດ​ເພື່ອ​ສົ່ງ​ມອບ​ຄວາມ​ດີ​ເລີດ, vivo ໄດ້​ຮັບ​ການ​ສະ​ໜັບ​ສະ​ໝູນ​ຈາກ​ເຄືອ​ຂ່າຍ R&D ໃນ​ເຊີນ​ເຈີນ, ດົງ​ກວນ, ໜານ​ຈິງ, ປັກ​ກິງ, ຫາງ​ໂຈ, ຊຽງ​ໄຮ້, ຊີ​ອານ ແລະ ເມືອງ​ອື່ນໆ ໂດຍ​ເນັ້ນ​ໜັກ​ໄປ​ທີ່​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຜູ້​ບໍ​ລິ​ໂພກ​ທີ່​ທັນ​ສະ​ໄໝ, ລວມ​ທັງ 5G, ປັນ​ຍາ​ປະ​ດິດ, ການ​ອອກ​ແບບ​ອຸດ​ສະ​ຫະ​ກຳ, ການ​ຖ່າຍ​ຮູບ ແລະ ເຕັກ​ໂນ​ໂລ​ຊີ​ທີ່​ກຳ​ລັງ​ມາ​ແຮງ​ອື່ນໆ.

0+

ສູນ​ບໍ​ລິ​ການ​ອອບ​ລາຍ ແລະ ບໍ​ລິ​ການຫຼັງ​ການ​ຂາຍ​ທົ່ວ​ໂລກ

0+

ປະ​ເທດ ແລະ ພາກ​ພື້ນ

0+

​ຜູ້​ໃຊ້

ເຄືອ​ຂ່າຍ​ການ​ຜະ​ລິດ​ອັດ​ສະ​ລິ​ຍະ

ນອກ​ຈາກ​ນີ້ vivo ຍັງ​ໄດ້​ຈັດ​ຕັ້ງ​ເຄືອ​ຂ່າຍ​ການ​ຜະ​ລິດ​ອັດ​ສະ​ລິ​ຍະ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຢູ່​ໃນ​ເມືອງກົງ​ກວນ​ຂອງ​ຈີນ (ລວມ​ທັງ​ເຄືອ​ຂ່າຍ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ vivo), ດ້ວຍ​ກຳ​ລັງ​ການ​ຜະ​ລິດ​ສະ​ມາດ​ໂຟນ​ເກືອບ 200 ​ລ້ານ​ເຄື່ອງ​ຕໍ່​ປີ.