LAOTIAN/ພາສາລາວ:


ແຈ້ງ​ການ​ທາງ​ກົດ​ໝາຍ


​ໂດຍ​ການ​ເຂົ້າ​ເຖິງ, ການ​ເປີດ​ເບິ່ງ, ການ​ບຸກ​ມາກ​ຄ໌, ການ​ແຊ​ຣ໌ ແລະ/ຫຼື ການ​ໃຊ້​ເວັບ​ໄຊ​ທ໌​ນີ້, ທ່ານ​ຮັບ​ຮູ້​ວ່າ​ທ່ານ​ໄດ້​ອ່ານ, ເຂົ້າ​ໃຈ ແລະ ເຫັນ​ດີ​ທີ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ຕໍ່​ໄປ​ນີ້ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ ແລະ ກົດ​ລະ​ບຽບ​ທີ່​ບັງ​ຄັບ​ໃຊ້​ທັງ​ໝົດ.


1. ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ


ຂໍ້​ມູນ​ຕາມ​ມາ​ດ​ຕາ § 36 VSBG ​(​ກົດ​ໝາຍ​​ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ຂອງ​ຜູ້​ຊົມ​ໃຊ້​ເຢຍ​ລະ​ມັນ)(ໃຊ້​ໄດ້​ສຳ​ລັບ​ປະ​ເທດເຢຍ​ລະ​ມັນ​ເທົ່າ​ນັ້ນ):

​ພວກ​ເຮົາ​ບໍ່​ເຕັມ​ໃຈ ຫຼື ບໍ່​ຈຳ​ເປັນ​ຕ້ອງ​ເຂົ້າ​ຮ່ວມການ​ດຳ​ເນີນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການຕັດ​ສິນ​ຊີ້​ຂາດ​ຜູ້​ຊົມ​ໃຊ້.

ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ EU(ໃຊ້​ໄດ້​ສຳ​ລັບ​ປະ​ເທດ EU ​ເທົ່າ​ນັ້ນ):

​ຄະ​ນະ​ກຳ​ມະ​ການ EU ໃຫ້​ແພ​ລດ​ຟອມທີ່​ຊ່ວຍ​ໃຫ້​ຜູ້​ຊົມ​ໃຊ້ ແລະ ຜູ້​ຄ້າ​ຂາຍ​ສາ​ມາດ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຊື້​ຂາຍ​ອອນ​ລາຍ​ໂດຍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໜ່ວຍ​ງານ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ທີ່​ເປັນ​ກາງ:

https://ec.europa.eu/consumers/odr

​ທີ່​ຢູ່​ອີ​ເມ​ວ​ຂອງ​ພວກ​ເຮົາ: info@vivo.com

​ພວກ​ເຮົາ​ບໍ່​ເຕັມ​ໃຈ ຫຼື ບໍ່​ຈຳ​ເປັນ​ຕ້ອງ​ເຂົ້າ​ຮ່ວມການ​ດຳ​ເນີນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການຕັດ​ສິນ​ຊີ້​ຂາດ​ຜູ້​ຊົມ​ໃຊ້.


2. ຄໍາປະຕິເສດ


ເນື້ອ​ໃນ​ຂອງ​ເວັບ​ໄຊ​ທ໌

ເນື້ອ​ໃນ​ຂອງ​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ​ຖືກ​ສ້າງ​ຂຶ້ນ​ດ້ວຍ​ຄວາມ​ເອົ​າ​ໃຈ​ໃສ່​ດີ​ທີ່​ສຸດ. ແນວ​ໃດ​ກໍ່​ຕາມ, ພວກ​ເຮົາ​ບໍ່​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ຖືກ​ຕ້ອງ, ຄວາມ​ສົມ​ບູນ ແລະ ຄວາມ​ເປັນ​ປະ​ຈຸ​ບັນ​ຂອງ​ເນື້ອ​ໃນ. ຂໍ້​ມູນ ແລະ ລະ​ລາຍ​ອຽດ​ກ່ຽວ​ກັບ​ໜ້າ​ເຫຼົ່າ​ນີ້​ບໍ່​ໄດ້​ສະ​ແດງ​ເຖິງ​ການ​ຮັບ​ຮອງ ຫຼື ການ​ຮັບ​ປະ​ກັນ ບໍ່​ວ່າ​ຈະ​ສະ​ແດງ​ອອກ​ຊັດ​ເຈນ ຫຼື ບໍ່​ຊັດ​ເຈນ​ກໍ່​ຕາມ. ໂດຍ​ສະ​ເພາະ​ຢ່າງ​ຍິ່ງ, ພວກ​ມັນ​ບໍ່​ໄດ້​ສະ​ແດງ​ເຖິງ​ສັນ​ຍາ ຫຼື ການ​ຮັບ​ປະ​ກັນ​ທີ່​ເຂົ້າ​ໃຈ​ໂດຍ​ບໍ່​ຕ້ອງ​ກ່ຽວ​ກັບ​ສະ​ພາບ​ເງື່ອນ​ໄຂ, ຄວາມ​ສາ​ມາດ​ຊື້​ຂາຍ, ຄວາມ​ເໝາະ​ສົມ​ສຳ​ລັບ​ຈຸດ​ປະ​ສົງ​ບາງ​ຢ່າງ ຫຼື ການ​ບໍ່​ລະ​ເມີດ​ກົດ​ໝາຍ ຫຼື ສິດ​ທິ​ບັດ.

ຜະ​ລິດ​ຕະ​ພັນທີ່​ສະ​ແດງ​ໃນ​ເວັບ​ໄຊ​ທ໌​ນີ້​ແມ່ນ​ຕົວ​ຢ່າງ​ຂອງ​ຜະ​ລິດ​ຕະ​ພັນທີ່​ມີ​ຈຳ​ໜ່າຍ​ຈາກ vivo. ການ​ປ່ຽນ​ແປງ​ຜະ​ລິດ​​ຕະ​ພັນ ແລະ ການ​ບໍ​ລິ​ການ​ອາ​ດ​ຈະ​ເກີດ​ຂຶ້ນຫຼັງ​ຈາກ​ໝົດ​ເວ​ລາ​ກວດ​ແກ້​ສຳ​ລັບ​ແຕ່​ລະ​ໜ້າ. ​ຄຳ​ອະ​ທິ​ບາຍ​ຂອງຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ, ລວມ​ເຖິງ​ແຕ່​ບໍ່​ຈຳ​ກັດ​ຕໍ່​ຄຸນ​ສົມ​ບັດ ແລະ ການ​ກຳ​ນົດ​ຄ່າ​ຜະ​ລິດ​ຕະ​ພັນ, ອາດ​ຈະ​ແຕກ​ຕ່າງ​ກັນ​ໄປ​ແຕ່​ລະ​ປະ​ເທດ ຫຼື ພາກ​ພື້ນ.ພວກ​ເຮົາ​ບໍ່​ຮັບ​ປະ​ກັນ​ວ່າ​ຍີ່​ຫໍ້ ແລະ ຜະ​ລິດ​ຕະ​ພັນທີ່​ສະ​ແດງຈະ​ມີ​ຈຳ​ໜ່າຍ​ໃນ​ປະ​ເທດ​ຂອງ​ທ່ານ.​ພວກ​ເຮົາ​ຂໍ​ສະ​ຫງວນ​ສິດ​ໃນ​ການ​ປ່ຽນ​ແປງ​ການ​ອອກ​ແບບ ຫຼື ຮູບ​ຮ່າງ, ການ​ປ່ຽນ​ແປງ​ຂໍ້​ກຳ​ນົດ​ທາງ​ເຕັກ​ນິກ, ຄວາມ​ຜິດ​ດ່ຽງ​ຂອງ​ເສດ​ສີ ແລະ ການ​ປ່ຽນ​ແປງ​ຂອບ​ເຂດ​ການຈັດ​ສົ່ງ ຫຼື ການ​ບໍ​ລິ​ການ. ນອກ​ຈາກ​ນີ້ ພາບ​ປະ​ກອບ​ຍັງອາດ​ຈະ​ມີ​ອຸ​ປະ​ກອນ​ເສີມ, ອຸ​ປະ​ກອນ​ພິ​ເສດ ຫຼື ຂອບ​ເຂດ​ອື່ນ​ທີ່​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຂອບ​ເຂດ​ມາດ​ຕະ​ຖານ​ຂອງ​ການ​ຈັດ​ສົ່ງ ຫຼື ການ​ບໍ​ລິ​ການ. ຄວາມ​ຜິດ​ດ່ຽງ​ຂອ​ງ​ສີ​ເກີດ​ຈາກ​ເຕັກ​ນິກ. ນອ​ກ​ຈາກ​ນີ້ ແຕ່​ລະ​ໜ້າ​ຍັງ​ອາດ​ຈະ​ມີ​ປະ​ເທດ ແລະ ການ​ບໍ​ລິ​ການ​ທີ່​ບໍ່​ມີ​ໃຫ້​ໃນ​ແຕ່​ລະ​ປະ​ເທດ.

ລາ​ຄາ​ທີ່​ສະ​ເໜີ​ແມ່ນ​ລາ​ຄາ​ຂາຍ​ຍ່ອຍ​ທີ່​ແນະ​ນຳ ແລະ ອາດ​ຈະ​ແຕກ​ຕ່າງ​ກັນ​ໄປ​ໃນ​ການ​ຊື້​ຂາຍ.

ລິ້ງເຊື່ອມ​ໂຍງ

ໃນ​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ ທ່ານ​ຍັງ​ຈະ​ພົບ​ລິ້ງ​ເຊື່ອມ​ໂຍງ​ຫາ​ໜ້າ​ອື່ນ​ໃນ​ອິນ​ເຕີ​ເນັດ. ພວກ​ເຮົາ​ຕ້ອງ​ການ​ຊີ້​ໃຫ້​ເ​ຫັນ​ວ່າ ພວກເຮົາ​ບໍ່​ມີ​ອິດ​ທິ​ພົນ​ຕໍ່​ການ​ອອກ​ແບບ ແລະ ເນື້ອ​ໃນ​ຂອງ​ເວັບ​ໄຊ​ທ໌​ທີ່​ມີ​ລິ້ງ​ໃຫ້. ​ດັ່ງ​ນັ້ນ, ພວກ​ເຮົາ​ຈຶ່ງ​ບໍ່​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ເປັນ​ປະ​ຈຸ​ບັນ, ຄວາມ​ຖືກ​ຕ້ອງ, ຄວາມ​ສົມ​ບູນ ຫຼື ຄຸນ​ນະ​ພາບ​ຂອງ​ຂໍ້​ມູນ​ທີ່​ມີ​ໃຫ້​ໃນ​ເວັບ​ໄຊ​ທ໌​ເຫຼົ່າ​ນີ້. ດ້ວຍ​ຄວາມ​ເຄົາ​ລົບ​ຕໍ່ພື້ນຫຼັງ​ນີ້, ພວກ​ເຮົາ​ຈຶ່ງ​ຕີ​ຕົວ​ອອກ​ຫ່າງ​ຈາກ​ເນື້ອ​ໃນ​ທັງ​ໝົດ​ຂອງ​ເວັບ​ໄຊ​ທ໌​ເຫຼົ່າ​ນີ້. ການ​ປະ​ກາດ​ນີ້​ໃຊ້​ກັບ​ລິ້ງ​ທັງ​ໝົດ​ທີ່ເຊື່ອມ​ໂຍງ​ກັບ​ເວັບ​ໄຊ​ທ໌​ພາຍນອກ ແລະ ເນື້ອ​ໃນ​ຂອງ​ພວກ​ມັນ​ທີ່​ມີ​ໃນ​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ. ຖ້າ​ພວກ​ເຮົາ​ຮັບ​ຮູ້​ເຖິງ​ການ​ລະ​ເມີດ​ກົດ​ໝາຍ​ໃນ​ເວັບ​ໄຊ​ທ໌​ທີ່​ເຊື່ອມ​ໂຍງ, ພວກ​ເຮົາ​ຈະ​ລຶບ​ລິ້ງ​ເຊື່ອມ​ໂຍງ​ດັ່ງ​ກ່າວ​ອອກ​ດ້ວຍ​ບໍ່​ຊັ​ກ​ຊ້າ.

ການ​ປ່ຽນ​ແປງ​​ຂອງເວັບ​ໄຊ​ທ໌

ພວກ​ເຮົາ​ຂໍ​ສະ​ຫງວນ​ສິດ​ໃນ​ການ​ປັບ​ປຸງ ຫຼື ປ່ຽນ​ແປງ​ກ່ຽວ​ກັບ​ຂໍ້​ມູນ, ການ​ບໍ​ລິ​ການ, ຜະ​ລິດ​ຕະ​ພັນ ແລະ ເນື້ອ​ໃນ​ອື່ນ​ຂອງ​ເວັບ​ໄຊ​ທ໌​ໄດ້​ຕະຫຼອດ​ເວ​ລາ​ໂດຍ​ບໍ່​ຕ້ອງ​ແຈ້ງ​ການ​ໃດໆ.


3. ສິດທິຊັບສິນທາງປັນຍາ


ລິຂະສິດ

ຂໍ້​ຄວາມ, ຮູບ​ພາບ, ກ​ຣາບ​ຟິກ, ສຽງ, ວິ​ດີ​ໂອ ແລະ ໄຟ​ລ໌ພາບ​ເຄື່ອນ​ໄຫວ ພ້ອມ​ທັງ​ການ​ກະ​ກຽມ​ຂອງ​ພວກ​ມັນ ແລະ ລວມ​ທັງ​ການ​ກະ​ກຽມ ແລະ ການ​ນຳ​ສະ​ເໜີ​ຂອງ​ເວັບ​ໄຊ​ທ໌ ລວມ​ທັງ​ລະ​ຫັດ​ຊອບ​ແວ​ທີ່​ເປັນ​ພື້ນ​ຖານ​ ແມ່ນ​ຢູ່​ພາຍ​ໃຕ້​ລິ​ຂະ​ສິດ ແລະ ກົດ​ໝາຍ​ອື່ນ​ສຳ​ລັບ​ການ​ປົ​ກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ. ຫ້າມ​ຜະ​ລິດ​ຊ້ຳ, ແກ້​ໄຂ, ແຈກ​ຢາຍ ຫຼື ໃຊ້​ພວກ​ມັນ​ໃນ​ລັກ​ສະ​ນະ​ອື່ນ​ໃດ​ນອກ​ຂີດ​ຈຳ​ກັດ​ຂອງ​ກົດ​ໝາຍ​ລິ​ຂະ​ສິດ​ໂດຍ​ບໍ່​ໄດ້​ຮັບ​ຄຳ​ຍິນຍອມ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ກ່ອນ​ລ່ວງ​ໜ້າ. ອະ​ນຸ​ຍາດ​ໃຫ້​ດາວ​ໂຫຼດ ແລະ ສຳ​ເນົາ​ເວັບ​ໄຊ​ທ໌​ນີ້​ສຳ​ລັບ​ການ​ໃຊ້​ສ່ວນ​ຕົວ, ບໍ່​ແມ່ນ​ທາງ​ການ​ຄ້າ​ເທົ່າ​ນັ້ນ.

ເຄື່ອງໝາຍການຄ້າ

ເຄື່ອງ​ໝາຍ​ທັງ​ໝົດ​ທີ່​ສະ​ແດງ​, ກ່າວ​ເຖິງ ຫຼື ໃຊ້​ໃນ​ເວັບ​ໄຊ​ທ໌​ແມ່ນຢູ່​ພາຍ​ໃຕ້ສິດ​ທິ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ vivoMobile Communication Co., Ltd., China (“vivo”), ຍົກ​ເວັ້ນ​ແຕ່​ລະ​ບຸ​ໄວ້​ເປັນ​ຢ່າງ​ອື່ນ. ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ນຳ​ໃຊ້​ກັບ​ຊື່​ລຸ້ນ ແລະ ໂລ​ໂກ້​ຂອງ vivo. ຫ້າມ​ສຳ​ເນົາ, ແກ້​ໄຂ, ແຈກ​ຢາຍ ຫຼື ໃຊ້​ພວກ​ມັນ​ໃນ​ລັກ​ສະ​ນະ​ອື່ນ​ໃດ​ໂດຍ​ບໍ່​ໄດ້​ຮັບ​ຄຳ​ຍິນຍອມ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ກ່ອນ​ລ່ວງ​ໜ້າ​ຈາກ vivo.


4. ​ການ​ປົກ​ປ້ອງ​ຂໍ້​ມູນ


ຄວາມ​ປອດ​ໄພ​ຂອງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ມີ​ຄວາມສຳ​ຄັນ​ຕໍ່​ພວກ​ເຮົາ. ອີງ​ຕາມ​ນະ​ໂຍ​ບາຍ​ການ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ພວກ​ເຮົາ, ບໍ​ລິ​ສັດ​ຂອງ​ພວກເຮົາ​ໄດ້​ໃຊ້​ມາດ​ຕະ​ການ​ດ້ານ​ເຕັກ​ນິກ ແລະ ດ້ານ​ອົງ​ການ​ເພື່ອ​ດຳ​ເນີນ​ການ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ການ​ປົກ​ປ້ອງ​ຂໍ້​ມູນ​ທີ່​ບັງ​ຄັບ​ໃຊ້.

​ຂໍ້​ມູນ​ກ່ຽວ​ກັບ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ເກັບ​ກຳ​ເມື່ອ​ໃຊ້​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ ແລະ ຈຸດ​ປະ​ສົງ​ຂອງ​ການ​ປະ​ມວນ​ຜົນ ສາ​ມາດ​ພົບ​ໄດ້​ໃນ ​ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ພວກ​ເຮົາ ແລະ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນ​ຄຳ​ອະ​ທິ​ບາຍ​ການ​ໃຊ້​ຄຸກ​ກີ້.

​ພວກ​ເຮົາ​ຕ້ອງ​ການ​ຊີ້​ໃຫ້​ເຫັນ​ວ່າ​ ການ​ສົ່ງ​ຂໍ້​ມູນ​ຜ່ານ​ອິນ​ເຕີ​ເນັດ​ອາດ​ຈະ​ມີ​ຊ່ອງ​ຫວ່າງ​ດ້ານ​ຄວາມ​ປອດ​ໄພ. ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ປົກ​ປ້ອງ​ບໍ່​ໃຫ້​ພາກ​ສ່ວນ​ທີ​ສາມ​ເຂົ້າ​ເຖິງຂໍ້​ມູນ​ໄດ້​ຢ່າງ​ສົມ​ບູນ.


5. ຂໍ້ຈຳກັດຂອງຄວາມຮັບຜິດຊອບ


ທັງ vivo ແລະ ບໍ​ລິ​ສັດ​ໃນ​ເຄືອ, ບໍ​ລິ​ສັດ​ສາ​ຂາ, ຜູ້​ອຳ​ນວຍ​ການ, ຕົວ​ແທນ, ພະ​ນັກ​ງານ ຫຼື ຕົວ​ແທນ​ອື່ນ​ໆ ຈະ​ບໍ່​ຮັບ​ຜີດ​ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ໃດໆ ທັງ​ໂດຍ​ທາງ​ກົງ, ທາງ​ອ້ອມ, ພິ​ເສດ, ໂດຍ​ບັງ​ເອີນ, ເປັນ​ຜົນ​ຕາມ​ມາ, ເປັນ​ການ​ລົງ​ໂທດ ແລະ/ຫຼື ຄວາມ​ເສຍ​ຫາຍ​ອື່ນໆ ລວມ​ເຖິງ​ແຕ່​ບໍ່​ຈຳ​ກັດ​ຕໍ່ ການ​ສູນ​ເສຍ​ຜົນ​ກຳ​ໄລ ຫຼື ລາຍ​ຮັບ, ການ​ສູນ​ເສຍ​ຂໍ້​ມູນ ແລະ/ຫຼື ການ​ສູນ​ເສຍ​ທາງ​ທຸ​ລະ​ກິດ ເຊິ່ງ​ກ່ຽວ​ຂ້ອງ​ກັບ​ເວັບ​ໄຊ​ທ໌ ຫຼື ການ​ໃ​ຊ້ ຫຼື ບໍ່​ສາ​ມາດ​ໃຊ້​ເວັບ​ໄຊ​ທ໌​ນີ້ ຫຼື ອາ​ໄສ​ເນື້ອ​ໃນ​ທີ່​ມີ​ຢູ່​ໃນ​ທີ່​ນີ້, ເຖິງ​ແມ່ນ​ວ່າ vivo ໄດ້​ຮັບ​ຄຳ​ແນະ​ນຳ​ເຖິງ​ຄວາມ​ເປັນ​ໄປ​ຂອງ​ຄວາມ​ເສຍ​ຫາຍ​ດັ່ງ​ກ່າວ​ແລ້ວ​ກໍ່​ຕາມ.