ຫນ້າຈໍ 6.35 ນິ້ວ Halo FullView™ Display

Y17 ມາພ້ອມຫນ້າຈໍ Halo FullViewTM Display ຂະຫນາດ 6.35 ນິ້ວກັບອັດຕາສ່ວນ 19.3:9 ດ້ວຍການອອກແບບທີ່ທັນສະໄຫມ ແລະ ແສນສະຫລາດນີ້ເຮັດໃຫ້ຫນ້າຈໍມີຂະຫນາດໃຫຍ່ເຖິງ 89% ຂອງຂະຫນາດໂຕເຄື່ອງ ເຮັດໃຫ້ປະສົບການການຫລິ້ນເກມ ແລະ ວີດີໂອຂອງທ່ານຍິ່ງເພີດເພີນຂຶ້ນຕື່ມ.

  • 19.3:9

    Aspect Ratio
  • 6.35

    Halo FullView™ Display
  • 89%

    Screen-to-body ratio

ການຜະສົມຜະສານສີສັນຢ່າງລົງໂຕ

ພວກເຮົາບໍ່ຢຸດຢັ້ງທີ່ຈະຕາມຫາສິ່ງທີ່ສວຍງາມໃນການເປັນແຮງບັນດານໃຈ ແລະ ໃນຄັ້ງນີ້ Y17 ໄດ້ເລືອກສີສັນຂອງການກະທົບລະຫວ່າງແສງ ແລະ ນ້ຳ ບວກກັບເທັກນິກການພົ່ນສີທີ່ທັນສະໄຫມຈຶ່ງເຮັດໃຫ້ໄດ້ສີທີ່ມີຄວາມຮູ້ສຶກຫລູຫລາ ແລະ ເມື່ອແສງຕົກກະທົບໃສ່ກໍ່ຈະກໍ່ໃຫ້ເກີດການເປັ່ງປະກາຍຂອງສີຢ່າງສວຍງາມ.

Mineral Blue Mystic Purple

AI Triple Camera:

ຖ່າຍພາບດັ່ງມືອາຊີບຍິ່ງຂຶ້ນ

ເມື່ອທ່ານສ່ອງໂລກຜ່ານ AI Triple Camera, ການສ້າງສັນຜົນງານຊິ້ນຍອດກໍ້ຈະບໍ່ແມ່ນສິ່ງທີ່ຫຍຸ້ງຍາກອີກຕໍ່ໄປ. Y17 ມາພ້ອມກ້ອງຫລັກທີ່ມີຄວາມລະອຽດ 13MP , ກ້ອງເລນກວ້າງ 8MP ແລະ ກ້ອງວັດຄວາມເລິກຕື້ນຂອງວັດຖຸ 2MP. ຈາກການຖ່າຍວິວທຳມະຊາດທີ່ສວຍງາມໄປເຖິງການຖ່າຍພາບບຸກຄົນທີ່ໂດດເດັ່ນ, ທັ້ງ 3 ກ້ອງນີ້ຈະຊ່ອຍໃຫ້ທ່ານຖ່າຍພາບໄດ້ຢ່າງສວຍງາມຫນ້າຫລົງໄຫລໄດ້ທຸກທີ່ທຸກເວລາທີ່ທ່ານຕ້ອງການ.

AI Super Wide-Angle Camera

ເປີດໂລກໃຫ້ກວ້າງຂຶ້ນ

AI Super Wide-Angle Camera ໃນ Y17 ຈະຊ່ອຍໃຫ້ທ່ານເກັບພາບປະທັບໃຈດ້ວຍມຸມມອງທີ່ກວ້າງຂຶ້ນເຖິງ 120° ເຮັດໃຫ້ທ່ານຖ່າຍພາບໄດ້ເພີດເພີນຂຶ້ນບໍ່ວ່າການຖ່າຍຮູບວິວ, ເກັບພາບປະທັບໃຂຈອງຫມູ່ເພື່ອນກໍ່ເຮັດໄດ້ງ່າຍໆ.

*AI Super Wide-Angle ແມ່ນສາມາດໃຊ້ງານໄດ້ທີ່ 108°

After

Before After

ກ້ອງຫນ້າ 20MP:

ງາມກວ່າ ແລະ ຊັດແຈ້ງກວ່າ

Y17 ໄດ້ເລືອກໃຊ້ກ້ອງຫນ້າທີ່ມີຄວາມລະອຽດ 20MP ທີ່ສາມາດເກັບທຸກລາຍລະອຽດໄດ້ຢ່າງລະອຽດດັ່ງຕາເຫັນ, ແລະແນ່ນອນເພື່ອຄວາມສວຍງາມຢ່າງເປັນທຳມະຊາດຂອງທ່ານ ຍັງມາພ້ອມ AI Face Beauty ທີ່ຈະເຮັດໃຫ້ໃບຫນ້າຂອງທ່ານສວຍງາມຢ່າງບໍ່ມີທີ່ຕິ ແລະ ປະຢັດເວລາໃນການແຕ່ງຮູບຂອງທ່ານ.

ແບັດເຕີຣີ້​ 5000mAh: Power that Lasts

Y17 ໄດ້ເປັນຜູ້ນໍາໃນວົງການມືຖືດ້ວຍແບັດເຕີຣີ້ຂະຫນາດໃຫຍ່ເຖິງ 5,000mAh ທີ່ຈະຊ່ອຍໃຫ້ທ່ານເພີດເພີນໄປກັບການຫລິ້ນເກມ ແລະ ເບິ່ງວີດີໂອໄດ້ຍາວນານຂຶ້ນຕື່ມ.

Dual-Engine Fast Charging

ບໍ່ພຽງແຕ່ແບັດເຕີຣີ້ທີ່ມີຂະຫນາດໃຫຍ່ເຖິງ 5,000mAh ແຕ່ Y17 ຍັງມາພ້ອມລະບົບສາກໄວ Dual-Engine Fast Charging ທີ່ສາມາດສາກໄດ້ໄວຂຶ້ນ ແລະ ປອດໄພຂຶ້ນດ້ວຍລະບົບຮັກສາຄວາມປອດໄພເຖິງ 9 ຊັ້ນເພື່ອຮັກສາ ແລະ ຍືດອາຍຸການໃຊ້ງານຂອງແບັດເຕີ້ຣີ້.

4GB RAM + 64GB ROM

Y17 ໄດ້ເລືອກໃຊ້ ຫນ່ວຍປະມວນຜົນ octa-core ແບບ 12nm ທີ່ມີຄວາມໄວເຖິງ 2.3GHzດ້ວຍ RAM 4GB ແລະ ROM 64GB ເຮັດໃຫ້ທ່ານສາມາດຕິດຕັ້ງແອັບພິເຄຊັັ້ນຕ່າງໆໄດ້ຫລາຍຂຶ້ນ ແລະ ເອີ້ນໃຊ້ງານໄດ້ຢ່າງລື່ນໄຫລ. Y17 ມາພ້ອມ Android 9.0 ຄອບທັບດ້ວຍ Funtouch OS 9, ດ້ວຍສະເປັກທີ່ສູງຈຶ່ງເຮັດໃຫ້ທ່ານຫລິ້ນເກມ ແລະ ໃຊ້ງານຕ່າງໆໄດ້ຢ່າງເພີດເພີນ.

Ultra Game Mode

Ultra Game Mode ແມ່ນໄດ້ອອກແບບມາເພື່ອການຫລິ້ນເກມໂດຍສະເພາະ. ການຫລິ້ນເກມດັ່ງມືອາຊີບດ້ວຍ Competition Mode ໂດຍການຮີດພະລັງໂຕເຄື່ອງຈາກທຸພາກສ່ວນມາໃຊ້ງານ, Dual-Turbo ກໍ່ເປັນອີກຟີເຈີ້ຫນຶ່ງທີ່ gamers ທຸກຄົນຕ້ອງການ ດ້ວຍລະບົບປ້ອງກັນເຟມເຫຣດຕົກເຮັດໃຫ້ທ່ານຈະໄດ້ຮັບປະສົບການການຫລິ້ນເກມສຸດມັນ.

ຄຳອະທິບາຍ:

1. ເພື່ອໃຫ້ຜູ້ໃຊ້ງານສະມາດໂຟນໄດ້ສຳຜັດຄຸນນະພາບພາບຖ່າຍທີ່ດີໃນໂຫມດການໃຊ້ງານທີ່ຕ່າງກັນ ຄວາມຄົມຊັດຂອງພາບຖ່າຍທີ່ໄດ້ຈະຕ່າງກັນ.

2. ຂໍ້ມູນທັງຫມົດຂຶ້ນກັບພາລາມີເຕີ້ການອອກແບບທາງເທັກນິກຂອງເຮົາ ຜົນການທົດສອບໃນຫ້ອງປະຕິບັດການ ແລະ ການທົດສອບຈາກຜູ້ຈັດຈຳຫນ່າຍ ຜົນລັບທີ່ໄດ້ອາດແຕກຕ່າງກັນໄປຂຶ້ນຢູ່ກັບລຸ້ນຂອງຊອບແວ, ສະພາບແວດລ້ອມ ແລະ ລຸ້ນໂທລະສັບ ການປຽບທຽບທັງຫມົດທີ່ສະແດງໃນຫນ້ານີ້ອ້າງອີງກັບຜະລິດຕະພັນ vivo ເທົ່ານັ້ນ.

3. ຂໍ້ມູນທັງຫມົດຂຶ້ນກັບພາລາມີເຕີ້ການອອກແບບທາງເທັກນິກຂອງເຮົາ ຜົນການທົດສອບໃນຫ້ອງປະຕິບັດການ ແລະ ການທົດສອບຈາກຜູ້ຈັດຈຳຫນ່າຍ ຜົນລັບທີ່ໄດ້ອາດແຕກຕ່າງກັນໄປຂຶ້ນຢູ່ກັບລຸ້ນຂອງຊອບແວ, ສະພາບແວດລ້ອມ ແລະ ລຸ້ນໂທລະສັບ.

4. vivo ຂໍສະຫງວນສິດໃນການປ່ຽນແປງຂໍ້ມູນຕ່າງໆໂດຍບໍ່ຕ້ອງແຈ້ງໃຫ້ຮູ້ລວ່ງຫນ້າ.

5. ຫນ້າຈໍມີຂະຫນາກຄວາມກວ້າງ 6.35 ນິ້ວເມື່ອວັດແທກແບບມຸມຫລ່ຽມ ແລະ ມີຂະຫນາດກວ້າງ 6.2 ນິ້ວເມື່ອວັດແທກແບບມຸມໂຄ້ງ.