ໜ້າຈໍຂະໜາດ 6,53ນິ້ວ FHD+ Halo FullView™ Display

ມາພ້ອມໜ້າຈໍ Halo FullView™ Display ຂະໜາດ 6.53ນິ້ວ, ກ້ອງໜ້າຖືກເຊື່ອງໄວ້ໃນໜ້າຈໍຢົດນ້ຳ, ຂອບໜ້າຈໍແຄບລົງໃຫ້ພື້ນທີ່ໜ້າຈໍສູງເຖິງ 90,3%, ມາພ້ອມກັບຄວາມລະອຽດໜ້າຈໍ 1080*2340, ມອບຄວາມເພີດເພີນໃນການຮັບຊົມທີ່ ເໜືອລະດັບກ່ວາໃຫ້ກັບທ່ານ

  • 1080*2340

    Super Resolution

  • 6.53-inch

    Halo FullView™ Display

  • 90.3%

    Screen-to-Body Ratio

Shimmering Color Design

ສີສັນທີ່ໄດ້ຮັບແຮງບັນດານໃຈມາຈາກຄວາມລຶກລັບຂອງທຳມະຊາດ, ມີການໄລ່ລະດັບສີຢ່າງລົງໂຕ ແສງ ແລະ ເງົາທີ່ກະທົບເທິງໂຕເຄື່ອງໃຫ້ມຸມມອງສີສັນທີ່ແຕກຕ່າງ ເຮັດໃຫ້ເບິ່ງມີມິຕິຫຼາຍຂຶ້ນ ດີໄຊສ໌ໂຕເຄື່ອງທີ່ມີຄວາມໂຄ້ງແບບ 3D Micro Arc ໃຫ້ການໄລ່ລະດັບສີເທິງໂຕເຄື່ອງສວຍງາມ ແລະ ໂຕເຄື່ອງທີ່ບາງເບົາ ໃຫ້ຄວາມຮູ້ສຶກສະດວກສະບາຍຕໍ່ການຖື

AI Multi-Scenario Photography
Multiple Possibilities

Y19 ມາພ້ອມ AI Triple Camera ກ້ອງຫຼັກ 16 ລ້ານພິກເຊວ, ກ້ອງ Super Wide- Angle ແລະ Bokeh 8 ລ້ານພິກເຊວ, ກ້ອງ Macro 2 ລ້ານພິກເຊວດ້ວຍຟັງຊັ່ນກ້ອງທີ່ຫຼາກຫຼາຍເຮັດໃຫ້ການຖ່າຍພາບໃນຊີວິດປະຈຳວັນຂອງທ່ານໄດ້ດີຍິ່ງຂຶ້ນ, ໃຫ້ທ່ານຖ່າຍພາບງາມໆໄດ້ທຸກທີ່ທຸກເວລາພຽງແຕ່ ຄຣິກດຽວ

  • 16 MP

    Main Camera

  • 8 MP

    Super Wide-Angle Camera

  • 2 MP

    Super Macro Camera

Super Macro
See the World Up Close

Discover the secrets of the tiny world with Super Macro. Y19 gives you an up-close and clear view of life’s little wonders. From delicate flower veins and small insects, to tiny figures and subtle patterns, your new adventure awaits.
(The minimum focus distance of Super macro camera is 4 cm)

16MP Front Camera
Tailored Beauty Selfies

ກ້ອງໜ້າມາພ້ອມກັບຄວາມລະອຽດ 16 ລ້ານພິກເຊວ ແລະ AI Face Beauty ໃຫ້ທ່ານເພີດເພີນໄປກັບການເຊວຟີ່ພຽງແຕ່ຄຣິກດຽວກໍສາມາດເກັບທຸກຄວາມງາມຂອງທ່ານໄວ້ໃນຮູບຖ່າຍໄດ້ຢ່າງສວຍງາມ

Pose Master

ປ່ຽນຊ່ວງເວລາທີ່ອຶດອັດໃຈໃນການຖ່າຍພາບດ້ວຍ Pose Master ທີ່ຈະຊ່ວຍແນະນຳທ່າທາງຕ່າງໆໃນຂະນະຖ່າຍພາບພຽງແຕ່ໂພສຕາມຮອຍເສັ້ນທີ່ລະບຸ, ທ່າໂພສຂອງທ່ານກໍຈະໂດດເດັ່ນບໍ່ຄືໃຜ

AI Makeup

ໃຫ້ທ່ານສາມາດປ່ຽນການແຕ່ງໜ້າໄດ້ຕະຫຼອດເວລາໃຫ້ການແຕ່ງໜ້າຂອງທ່ານທັນສະໄໝຫຼາຍຂຶ້ນ ແລະ ສວຍງາມທີ່ສຸດໃນແບບຂອງທ່ານເອງ(AI Makeup ສະໜັບສະໜຸນສະເພາະໃນອາລະບຳຮູບ, ໂຫມດກ້ອງບໍ່ຮອງຮັບ)

Before
After

ແບັດເຕີຣີ່ຂະໜາດໃຫຍ່ 5000mAh

ແບັດເຕີຣີ່ຂະໜາດໃຫຍ່ 5000mAh ແລະ ເທັກໂນໂລຢີ່ທີ່ຊ່ວຍປະຢັດພະລັງງານແບັດເຕີຣີ່, ມອບປະສົບການການໃຊ້ງານທີ່ຍາວນານຍິ່ງຂຶ້ນ ບໍ່ຕ້ອງກັງວົນເລື່ອງອາຍຸການໃຊ້ງານຂອງແບັດເຕີຣີ່ ແລະ ການສາກຕະຫຼອດ

Dual-Engine Fast Charging

ເທັກໂນໂລຢີ່ສະເພາະຂອງ vivo ດ້ວຍລະບົບ Dual-Engine Fast Charging ພ້ອມດ້ວຍລະບົບປ້ອງກັນຄວາມປອດໄພເຖິງ 9 ຊັ້ນ, ເຮັດໃຫ້ແບັດເຕີຣີ່ຂະໜາດໃຫຍ່ສາກໄດ້ໄວຍິ່ງຂຶ້ນ

Reverse Charging

ຮອງຮັບເທັກໂນໂລຢີ່ Reverse Charging ເຮັດໃຫ້ສະມາດໂຟນຂອງທ່ານກາຍເປັນແບັດເຕີຣີ່ສຳຮອງທີ່ພົກພາໄດ້ຕະຫຼອດເວລາໃຫ້ພະລັງງານກັບອຸປະກອນອື່ນໆໄດ້, ໃຫ້ຄົນຮອບໂຕ, ຄອບຄົວ ແລະ ໝູ່ເພື່ອນໄດ້ໃຊ້ງານສະມາດໂຟນໄດ້ຍາວນານຫຼາຍຂຶ້ນບອກລາບັນຫາແບັດເຕີຣີ່ບໍ່ພຽງພໍ(Reverse Charging ຈະຕ້ອງໃຊ້ຮ່ວມກັບສາຍ OTG)

*Memerlukan kabel OTG tambahan.

6GB RAM + 128GB ROM

ມາພ້ອມ RAM 6GB ແລະ ROM 128GB ບໍ່ວ່າຈະເປັນການຫຼິ້ນເກມ, ເບິ່ງວິດີໂອ ຫຼື ແອັບພຣິເຄຊັ່ນ Social ຕ່າງໆລະບົບກໍສາມາດເຮັດວຽກໄດ້ຢ່າງວ່ອງໄວຈັດເກັບພາບຖ່າຍຂະໜາດໃຫຍ່, ວິດີໂອ ແລະ ເພງ ໄດ້ຢ່າງສະບາຍໆເພື່ອໃຫ້ທ່ານໄດ້ເກັບຄວາມຊົງຈຳທີ່ໜ້າປະທັບໃຈໄດ້ຫຼາຍຍິ່ງຂຶ້ນ

  • LPDDR4X

    Dual channel memory

  • 128GB

    ROM

  • 6GB

    RAM

Ultra Game Mode

Ultra Game Mode ດ້ວຍຄຸນນະສົມບັດທີ່ອອກແບບມາເປັນພິເສດສຳລັບ Gamer ຊ່ວຍໃຫ້ທ່ານປ້ອງກັນການລົບກວນຈາກການແຈ້ງເຕືອນທຸກຊະນິດ ຍົກລະດັບປະສົບການການຫຼິ້ນເກມຂຶ້ນໄປອີກຂັ້ນໃຫ້ທ່ານໄດ້າສຳຜັດປະສົບການການແຂ່ງຂັນແບບມືອາຊີບ

Voice Changer

ເມື່ອສົນທະນາກັບເພື່ອນຮ່ວມທີມໃນຂະນະຫຼິ້ນເກມໃຫ້ທ່ານໄດ້ເພີດເພີນໄປກັບຟັງຊັ່ນການປ່ຽນສຽງໃນແບບທີ່ທ່ານເລືອກສຽງໄດ້ຕາມຄວາມມັກ, ເລືອກເອັບເຟັກສຽງທີ່ແຕກຕ່າງເພື່ອປ່ຽນສຽງດັ້ງເດີມຂອງທ່ານ ໃຫ້ການຫຼິ້ນເກມຂອງທ່ານມ່ວນຫຼາຍຍຍິ່ງຂຶ້ນ

Funtouch OS 9.2

ລະບົບປະຕິບັດການ Funtouch OS 9.2 Based on Android 9 ການອັບເດດຈາກ Funtouch OS ລຸ່ນກ່ອນໜ້າ ແລະ GPI ທີ່ໄດ້ຮັບການອອກແບບໃໝ່ທັງໝົດຮັບຮູ້ໄດ້ເຖິງເທັກໂນໂລຢີ່ ແລະ ຄວາມໄວທີ່ເພີ່ມຂຶ້ນຫຼາຍເຊັ່ນຟັງຊັ່ນ Dark Mode ດ້ວຍໜ່ວຍປະມວນຜົນ Octa-Core ໜ່ວຍຄວາມຈຳຂະໜາດໃຫຍ່ ເຮັດໃຫ້ການໂຕ້ຕອບໄຫລຫລື່ນບໍ່ສະດຸດ

ຄຳສະຫງວນສິດ

  • 1. ເພື່ອປະສົບການໃຊ້ງານ ແລະ ຄຸນນະພາບທີ່ສົມບູນໃນການຖ່າຍພາບແຕ່ລະໂຫມດຈະໄດ້ພາບທີ່ມີຄວາມລະອຽດຕ່າງກັນ
  • 2. ຮູບພາບຜະລິດຕະພັນໃຊ້ສຳລັບອ້າງອີງເທົ່ານັ້ນພາບທີ່ສະແດງເທິງໜ້າຈໍເປັນພາບຈຳລອງ ແລະ ໃຊ້ສຳລັບການສາທິດກະລຸນາໃຊ້ຜະລິດຕະພັນແທ້ ການປຽບທຽບທັງໝົດທີ່ສະແດງໃນຫນ້ານີ້ອ້າງອີງເຖິງຜະລິດຕະພັນ vivo ເທົ່ານັ້ນ
  • 3. ຂໍ້ມູນທັງໝົດຂຶ້ນຢູ່ກັບພາລາມິເຕີການອອກແບບທາງເທັກນິກຂອງເຮົາ, ຜົນການທົດສອບໃນຫ້ອງປະຕິບັດການ ແລະ ການທົດສອບຈາກຜູ້ຈັດຈຳໜ່າຍ ຜົນພັນທີ່ໄດ້ອາດແຕກຕ່າງກັນໄປ ຂຶ້ນຢູ່ກັບລຸ້ນຂອງຊອບແວ, ສະພາບແວດລ້ອມໃນການທົດສອບ ແລະ ລຸ້ນຂອງໂທລະສັບ
  • 4. vivo ຂໍສະຫງວນສິດໃນການປ່ຽນແປງຂໍ້ມູນຈຳເພາະ ແລະ ຄຳອະທິບາຍຜະລິດຕະພັນທີ່ອະທິບາຍໄວ້ໃນທີ່ນີ້ໄດ້ຕະຫຼອດເວລາໂດຍບໍ່ຈຳເປັນຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ
  • 5. ແທກຂະໜາດໜ້າຈໍຕາມເສັ້ນເນັ່ງຈອມເມື່ອແທກສຸດມຸມສາກຄື 6,53ນິ້ວ ແລະ 6,32ນິ້ວ ເມື່ອວັດສຸດມຸມໂຄ້ງ