ຫນ້າຈໍ Halo FullView™ Display

Y91 ມາພ້ອມຫນ້າຈໍທີ່ເປັນທີ່ນິຍົມໃນປັດຈຸບັນ Halo FullView™ Display ຂະຫນາດ 6.22 ນິ້ວ ພື້ນທີ່ຫນ້າຈໍສູງເຖິງ 88.6% ບໍ່ພຽງເທົ່ານັ້ນຍັງໄດ້ມີການອອກແບບໃຫ້ການໃຊ້ງານເທິງຫນ້າຈໍງ່າຍຍິ່ງຂຶ້ນ ເຮັດໃຫ້ Y91i ນັ້ນຕອບໂຈດໃນເລື່ອງຄວາມສວຍງາມ ແລະ ຄວາມສະດວກໃນການໃຊ້ງານ

ເສດສີໂຕເຄື່ອງ

Y91 ໄດ້ໃຊ້ເທັກໂນໂລຢີພິເສດໃນການເຄືອບຜິວຝາຫລັງໃຫ້ມີຄວາມມັນວາວ ຫລູຫລາຫລາຍຍິ່ງຂຶ້ນ ແລະ ດ້ວຍເສດສີທີ່ມີການໄລ່ລະດັບຂອງສີດຳ ແລະ ສີຟ້າເທິງໂຕເຄື່ອງທີ່ອອກແບບໃຫ້ມີຄວາມໂຄ້ງມົນແບບ 3D ຊ່ວຍໃຫ້ໂຕເຄື່ອງນັ້ນສວpງາມ ໂດດເດັ່ນຈົນບໍ່ຢາກວາງ

AI Face Beauty :
ປັບແຕ່ງຄວາມງາມໄດ້ຢ່າງອິດສະຫລະ

ກ້ອງຫນ້າຄວາມລະອຽດ 8 ລ້ານພິກເຊ້ວ ສາມາດເກັບລາຍລະອຽດຂອງພາບໄດ້ຢ່າງຄົບຖ້ວນມາພ້ອມ AI Face Beauty ທີ່ຈະຊ່ວຍວິເຄາະຂໍ້ມູນ ແລະ ປັບແຕ່ງໃຫ້ເຫມາະສົມກັບຜູ້ໃຊ້ງານຫລາຍທີ່ສຸດ

ກ້ອງຄູ່ AI ແສນສະຫລາດ

ກ້ອງຫລັງຄູ່ຄົມຊັດຄວາມລະອຽດ 13+2 ລ້ານພິກເຊ້ວ ພ້ອມທັງເທັກໂນໂລຢີແສນສະຫລາດ ຊ່ວຍໃຫ້ຖ່າຍພາບຫນ້າແຈ້ງຫລັງເບີໄດ້ຢ່າງມືອາຊີບ ພື້ນຫລັງເບີໄດ້ຢ່າງເປັນທຳມະຊາດ

ແບັດເຕີຣີ້ຂະຫນາດໃຫຍ່ 4030mAh

ແບັດເຕີຣີ້ຂະຫນາດໃຫຍ່ 4030mAh ແລະ ລະບົບຈັດການພະລັງງານພາຍໃນເຄື່ອງ ຊ່ວຍໃຫ້ທ່ານໃຊ້ງານໄດ້ຍາວນານຢ່າງຕໍ່ເນື່ອງໂດຍບໍ່ຕ້ອງຫ່ວງວ່າແບັດເຕີຣີ້ຈະຫມົດອີກຕໍ່ໄປ

3GB RAM + 64GB ROM

Y 91 ໄດ້ເລືອກໃຊ້ RAM 3GB ເຮັດໃຫ້ສາມາດເປີດແອັບຕ່າງໆໄດ້ຢ່າງລື່່ນໄຫລ ແລະ ຍັງໄດ້ເລືອກໃຊ້ຫນ່ວບປະມວນຜົນ octa-core ແບບ 12nm. ພ້ອມທັງມີຄວາມຈຳໃຫຍ່ເຖິງ 64GB (ສາມາດເພີ່ມຄວາມຈໍາພາຍນອກໄດ້ສູງເຖິງ 256GB) ເຮັດໃຫ້ທ່ານດາວໂຫລດແອັບຕ່າງໆໄດ້ຕາມທີ່ໃຈທ່ານຕ້ອງການ

ການສະແກນນິ້ວມືເພື່ອປົດລ໋ອກ

Y91i ມາພ້ອມກັບການສະແກນນິ້ວມື ຊ່ວຍໃຫ້ທ່ານປົດລ໋ອກໄດ້ຢ່າງວ່ອງໄວ ແລະ ການສະແກນໃບຫນ້າເພື່ອຄວາມປອດໄພຂັ້ນສູງສຸດ

Jovi Smart Scene

Y91 ມີລະບົບສະຫມອງອັນອັດສະລິຍະທີ່ສາມາດເຂົ້າໃຈວ່າທ່ານຕ້ອງການຫຍັງ ແລະ ສາມາດເປັນຜູ້ຊ່ອຍຂອງທ່ານທີ່ຈະຊ່ອຍເລືອງຕ່າງໃນຊີວິດຂອງທ່ານເຊັ່ນ: ສາມາດນັບກ້າວຍ່າງ ແລະ ຄຳນວນແຄຣໍຣີ້ໃນແຕ່ລະວັນ, ແຈງຜົນກິລາທີມໂປດຂອງທ່ານ, ແລະ ຍັງແຈ້ງເຕືອນທ່ານໃຫ້ພັກຜ່ອນເມື່ອທ່ານເຮັດວຽກຢ່າງຫນັກຈົນເດິກ.

ການແບ່ງສອງຫນ້າຈໍ

ພຽງແຕ່ທ່ານລາກນິ້ວມື 3 ນິ້ວເທິງຫນ້າຈໍທ່ານກໍ່ສາມາດແບ່ງຫນ້າຈໍຂະຫນາດ 6.22 ນິ້ວອອກເປັນ 2 ຫນ້າຈໍ ເພື່ອແຊັດກັບຫມູ້ໃນຂະນະເບິ່ງວີດີໂອ, ການແບ່ງ 2 ຫນ້າຈໍນີ້ຈະເຮັດໃຫ້ທ່ານໃຊ້ງານໄດ້ສະດວກສະບາຍຂຶ້ນ.

(ແອັບພິເຄຊັ້ນທີ່ຮອງຮັບ Facebook, Line, Messages, Viber, WeChat, WhatsApp, BBM, Play Movies & TV, YouTube, Video, MX Player, VLC for Android, Google Maps, WPS Office, Microsoft Word, Microsoft Excel, Chrome, Gmail, ແລະ ອື່ນໆ.)

ລາຍລະອຽດທີ່ບໍ່ຢູ່ໃນຄວາມຮັບຜິດຊອບ:

1. ຮູບພາບຂອງຜະລິດຕະພັນມີໄວ້ເພື່ອການອ້າງອີງເທົ່ານັ້ນ. ເນື້ອຫາທີ່ສະແດງເທິງຫນ້າຈໍເປັນພາບທີ່ຈຳລອງຂຶ້ນເພື່ອການສາທິດ. ກະລຸນາລອງຫລິ້ນໂຕເຄື່ອງແທ້.

2. ຂໍ້ມູນທັງຫມົດຂຶ້ນກັບພາລາມີເຕີ້ການອອກແບບທາງເທັກນິກຂອງເຮົາ ຜົນການທົດສອບໃນຫ້ອງປະຕິບັດການ ແລະ ການທົດສອບຈາກຜູ້ຈັດຈຳຫນ່າຍ ຜົນລັບທີ່ໄດ້ອາດແຕກຕ່າງກັນໄປຂຶ້ນຢູ່ກັບລຸ້ນຂອງຊອບແວ, ສະພາບແວດລ້ອມ ແລະ ລຸ້ນໂທລະສັບ ການປຽບທຽບທັງຫມົດທີ່ສະແດງໃນຫນ້ານີ້ອ້າງອີງກັບຜະລິດຕະພັນ vivo ເທົ່ານັ້ນ.

3. ວີໂວ່ຂໍສະຫງວນສິດໃນການປ່ຽນແປງຂໍ້ກໍານົດ ແລະ ຄຳອະທິບາຍຂອງຜະລິດຕະພັນທີ່ໄດ້ລະບຸໄວ້ໃນເອກະສານສະບັບນີ້ໄດ້ຕະຫລອດເວລາໂດຍບໍ່ຈຳເປັນຕ້ອງແຈ້ງການປ່ຽນແປງລ່ວງຫນ້າ