ຫນ້າຈໍ Halo FullView™ Display

Y91i ມາພ້ອມຫນ້າຈໍທີ່ເປັນທີ່ນິຍົມໃນປັດຈຸບັນ Halo FullView™ Display ຂະຫນາດ 6.22 ນິ້ວ ພື້ນທີ່ຫນ້າຈໍສູງເຖິງ 88.6% ບໍ່ພຽງເທົ່ານັ້ນຍັງໄດ້ມີການອອກແບບໃຫ້ການໃຊ້ງານເທິງຫນ້າຈໍງ່າຍຍິ່ງຂຶ້ນ ເຮັດໃຫ້ Y91i ນັ້ນຕອບໂຈດໃນເລື່ອງຄວາມສວຍງາມ ແລະ ຄວາມສະດວກໃນການໃຊ້ງານ

ເສດສີໂຕເຄື່ອງ

Y91i ໄດ້ໃຊ້ເທັກໂນໂລຢີພິເສດໃນການເຄືອບຜິວຝາຫລັງໃຫ້ມີຄວາມມັນວາວ ຫລູຫລາຫລາຍຍິ່ງຂຶ້ນ ແລະ ດ້ວຍເສດສີທີ່ມີການໄລ່ລະດັບຂອງສີດຳ ແລະ ສີຟ້າເທິງໂຕເຄື່ອງທີ່ອອກແບບໃຫ້ມີຄວາມໂຄ້ງມົນແບບ 3D ຊ່ວຍໃຫ້ໂຕເຄື່ອງນັ້ນສວຍງາມ ໂດດເດັ່ນ ແລະ ງ່າຍຕໍ່ການພົກພາ

AI Face Beauty:
ປັບແຕ່ງຄວາມງາມໄດ້ຢ່າງອິດສະຫລະ

ກ້ອງຫນ້າຄວາມລະອຽດ 8 ລ້ານພິກເຊ້ວ ສາມາດເກັບລາຍລະອຽດຂອງພາບໄດ້ຢ່າງຄົບຖ້ວນມາພ້ອມ AI Face Beauty ທີ່ຈະຊ່ວຍວິເຄາະຂໍ້ມູນ ແລະ ປັບແຕ່ງໃຫ້ເຫມາະສົມກັບຜູ້ໃຊ້ງານຫລາຍທີ່ສຸດ

ກ້ອງຄູ່ AI ແສນສະຫລາດ

ກ້ອງຫລັງຄູ່ຄົມຊັດຄວາມລະອຽດ 13+2 ລ້ານພິກເຊ້ວ ພ້ອມທັງເທັກໂນໂລຢີແສນສະຫລາດ ຊ່ວຍໃຫ້ຖ່າຍພາບຫນ້າແຈ້ງຫລັງເບີໄດ້ຢ່າງມືອາຊີບ ພື້ນຫລັງເບີໄດ້ຢ່າງເປັນທຳມະຊາດ

ແບັດເຕີຣີ້ຂະຫນາດໃຫຍ່ 4030mAh

ແບັດເຕີຣີ້ຂະຫນາດໃຫຍ່ 4030mAh ແລະ ລະບົບຈັດການພະລັງງານພາຍໃນເຄື່ອງ ຊ່ວຍໃຫ້ທ່ານໃຊ້ງານໄດ້ຍາວນານຢ່າງຕໍ່ເນື່ອງໂດຍບໍ່ຕ້ອງຫ່ວງວ່າແບັດເຕີຣີ້ຈະຫມົດອີກຕໍ່ໄປ

Octa-Core Processor

ດ້ວຍ CPU octa-core ເທັກໂນໂລຢີແບບ 12nm ຄວາມໄວ 2.0GHz ຊ່ວຍໃຫ້ການທຳງານຕ່າງໆວ່ອງໄວ ແລະ ລື່ນໄຫລ ເປີດໃຊ້ງານແອັບຕ່າງໆໄດ້ໄວຂຶ້ນ ແຕ່ຍັງຍັງຄົງປະຢັດພະລັງງານເຊັ່ນກັນ

Octa-Core Processor

ດ້ວຍ CPU octa-core ເທັກໂນໂລຢີແບບ 12nm ຄວາມໄວ 2.0GHz ຊ່ວຍໃຫ້ການທຳງານຕ່າງໆວ່ອງໄວ ແລະ ລື່ນໄຫລ ເປີດໃຊ້ງານແອັບຕ່າງໆໄດ້ໄວຂຶ້ນ ແຕ່ຍັງຍັງຄົງປະຢັດພະລັງງານເຊັ່ນກັນ

ການສະແກນນິ້ວມືເພື່ອປົດລ໋ອກ

Y91i ມາພ້ອມກັບການສະແກນນິ້ວມື ຊ່ວຍໃຫ້ທ່ານປົດລ໋ອກໄດ້ຢ່າງວ່ອງໄວ ແລະ ການສະແກນໃບຫນ້າເພື່ອຄວາມປອດໄພຂັ້ນສູງສຸດ

ລາຍລະອຽດທີ່ບໍ່ຢູ່ໃນຄວາມຮັບຜິດຊອບ

1. ຮູບພາບຂອງຜະລິດຕະພັນມີໄວ້ເພື່ອການອ້າງອີງເທົ່ານັ້ນ. ເນື້ອຫາທີ່ສະແດງເທິງຫນ້າຈໍເປັນພາບທີ່ຈຳລອງຂຶ້ນເພື່ອການສາທິດ. ກະລຸນາລອງຫລິ້ນໂຕເຄື່ອງແທ້.

2. ຂໍ້ມູນທັງຫມົດຂຶ້ນກັບພາລາມີເຕີ້ການອອກແບບທາງເທັກນິກຂອງເຮົາ ຜົນການທົດສອບໃນຫ້ອງປະຕິບັດການ ແລະ ການທົດສອບຈາກຜູ້ຈັດຈຳຫນ່າຍ ຜົນລັບທີ່ໄດ້ອາດແຕກຕ່າງກັນໄປຂຶ້ນຢູ່ກັບລຸ້ນຂອງຊອບແວ, ສະພາບແວດລ້ອມ ແລະ ລຸ້ນໂທລະສັບ ການປຽບທຽບທັງຫມົດທີ່ສະແດງໃນຫນ້ານີ້ອ້າງອີງກັບຜະລິດຕະພັນ vivo ເທົ່ານັ້ນ.

3. ວີໂວ່ຂໍສະຫງວນສິດໃນການປ່ຽນແປງຂໍ້ກຳນົດ ແລະ ຄຳອະທິບາຍຂອງຜະລິດຕະພັນທີ່ໄດ້ລະບຸໄວ້ໃນເອກະສານສະບັບນີ້ໄດ້ຕະຫລອດເວລາໂດຍບໍ່ຈຳເປັນຕ້ອງແຈ້ງການປ່ຽນແປງລ່ວງຫນ້າ.