ໜ້າຈໍ Halo FullView™ Display
ໃຫ້ແສງສະຫວ່າງປະກາຍຢູ່ເທິງຫນ້າຈໍ

Y93 ມາພ້ອມໜ້າຈໍທີ່ເປັນທີ່ນິຍົມໃນປະຈຸບັນ Halo FullView™ Display ຂະໜາດ 6.22 ນິ້ວ ພື້ນທີ່ໜ້າຈໍສູງເຖິງ 88.6% ບໍ່ພຽງເທົ່ານັ້ນ ຍັງໄດ້ມີການອອກແບບການໃຊ້ງານເທິງໜ້າຈໍໃຫ້ງ່າຍຂື້ນ ເຮັດໃຫ້ Y93 ນັ້ນຕອບໂຈດທັງໃນເລື່ອງຄວາມສວຍງາມ ແລະ ຄວາມສະດວກໃນການໃຊ້ງານ

ສີໂຕເຄື່ອງ ສີສັນທີ່ໂດດເດັ່ນ

Y93 ໄດ້ໃຊ້ເທັກໂນໂລຢີພິເສດໃນການເຄືອບຜິວຂອງຝາຫຼັງໃຫ້ມີຄວາມແວວວາວ ຫລູຫລາຫຼາຍຂື້ນ ແລະ ດ້ວຍສີຂອງໂຕເຄື່ອງທີ່ມີການໄລ່ລະດັບຂອງສີດຳ ແລະ ສີຟ້າເທິງໂຕເຄື່ອງທີິ່ອອກແບບໃຫ້ມີຄວາມໂຄ້ງມົນແບບ 3D ຊ່ອຍໃຫ້ໂຕເຄື່ອງນັ້ນສວຍງາມໂດດເດັ່ນ ແລະ ງ່າຍຕໍ່ການພົກພາ

AI Face Beauty
ປັບແຕ່ງຄວາມງາມໄດ້ຢ່າງອິດສະຫຼະ

ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊ້ວ ສາມາດເກັບລາຍລະອຽດຂອງພາບໄດ້ຢ່າງຄົບຖ້ວນມາພ້ອມກັບ AI Face Beauty ທີ່ຈະຊ່ອຍວິເຄາະຂໍ້ມູນ ແລະ ປັບແຕ່ງໃຫ້ເໝາະສົມກັບຜູ້ໃຊ້ງານຫຼາຍທີ່ສຸດ ນອກຈາກນີ້ຍັງມີໂໝດ AR Stickers ທີ່ຈະເຮັດໃຫ້ທຸກໆການເຊວຟີ້ຂອງທ່ານໂດດເດັ່ນບໍ່ຄືໃຜ

ກ້ອງຄູ່ AI ອັດສະລິຍະ
ການຖ່າຍພາບທີ່ສຸດຍອດ

ກ້ອງຫຼັງຄູ່ສຸດຄົມຊັດ ກ້ອງຫຼັກຄວາມລະອຽດ 13 ລ້ານພິກເຊ້ວ ກ້ອງໂຕທີສອງຄວາມລະອຽດ 2 ລ້ານພິກເຊ້ວ ພ້ອມເທັກໂນໂລຢີອັດສະລິຍະ ຊ່ອຍໃຫ້ສາມາດຖ່າຍພາບໜ້າແຈ້ງຫຼັງມົວໄດ້ແບບມືອາຊີບ ຖ່າຍອອກມາໄດ້ສວຍງາມຢ່າງເປັນທຳມະຊາດ

ແບັດເຕີຣີ້ຂະໜາດໃຫຍ່ 4030mAh

ແບັດເຕີຣີ້ຂະໜາດໃຫຍ່ 4030mAh ແລະ ລະບົບຈັດການພະລັງງານພາຍໃນເຄື່ອງ ຊ່ອຍໃຫ້ທ່ານສາມາດໃຊ້ງານຢ່າງຕໍ່ເນື່ອງໄດ້ຍາວນານໂດຍບໍ່ຕ້ອງກັງວົນອີກຕໍ່ໄປ

3GB RAM + 32GB ROM

ດ້ວຍການທຳງານຂອງ RAM 3GB ກັບ CPU Octa-core ຂະໜາດ 12nm ຊ່ອຍໃຫ້ໃຊ້ງານຫຼາຍແອັບພິເຄຊັ່ນພ້ອມກັນໄດ້ຢ່າງວ່ອງໄວ ແລະ ຍັງມາພ້ອມ ROM 32GB (ຮອງຮັບ SD Card ສູງສຸດ 256GB) ໃຫ້ທ່ານຈັດເກັບຂໍ້ມູນຕ່າງໆໄດ້ຢ່າງອິດສະຫລະ

ການສະແກນນີ້ວມືທາງດ້ານຫຼັງ ເພື່ອການປົດລ໋ອກທີ່ງ່າຍຂຶ້ນ

Y93 ມາພ້ອມກັບການສະແກນລາຍນີ້ວມືທີ່ດ້ານຫຼັງຊຶ່ງສາມາດປົດລ໋ອກໄດ້ຢ່າງວ່ອງໄວພຽງ 0.2 ວິນາທີເທົ່ານັ້ນ ແລະ ລະບົບສະແກນໃບໜ້າທີ່ຊ່ອຍໃຫ້ທ່ານສາມາດປົດລ໋ອກໄດ້ຢ່າງສະດວກສະບາຍຂຶ້ນ

Jovi Smart Scene
ຜູ້ຊ່ອຍສ່ວນໂຕຂອງທ່ານ

Y93 ກັບການທຳງານທີ່ແສນສະຫຼາດຂຶ້ນດ້ວຍໂໝດJovi Smart Scene ທີ່ຈະບັນທຶກຈໍານວນກ້າວທີ່ທ່ານຍ່າງໃນແຕ່ລະວັນ ຫຼື ຈຳນວນແຄຣໍຣີ່ທີ່ຖືກເຜົາຜານ ແລະ ຍັງສາມາດແຈ້ງຕາຕາລາງແຂ່ງຂັນທີິ່ທ່ານສົນໃຈ ສະພາບອາກາດ ແລະ ເວລາເຂົ້ານອນໃຫ້ທ່ານຮູ້ອີກດ້ວຍ

Smart Split

ພຽງແຕ່ໃຊ້ສາມນີ້ວລາກຈໍລົງມາ ກໍ່ສາມາດເຮັດໃຫ້ທ່ານໃຊ້ງານໄດ້ສອງໜ້າຈໍ ສາມາດເບິ່ງວີດີໂອ ແລະ ແຊັດໄປພ້ອມໆກັນໄດ້ ສ້າງຄວາມສະດວກສະບາຍໃຫ້ກັບຜູ້ໃຊ້ງານ

(ແອັບພິເຄຊັ້ນທີ່ຮອງຮັບ: Facebook, Line, Messages, Viber, WeChat, WhatsApp, BBM, Play Movies & TV, YouTube, Video, MX Player, VLC for Android, Google Maps, WPS Office, Microsoft Word, Microsoft Excel, Chrome, Gmail, and more.)

ຄຳອະທິບາຍ

1. ເພື່ອປະສົບການໃຊ້ງານ ແລະ ຄຸນນະພາບທີ່ສົມບູນໃນການຖ່າຍພາບແຕ່ລະໂໝດຈະໄດ້ພາບທີ່ມີຄວາມລະອຽດຕ່າງກັນ

2. ພາບຜະລິດຕະພັນທີ່ມີໄວ້ເພື່ອອ້າງອີງເທົ່ານັ້ນເນື້ອຫາທີ່ສະແດງເທິງໜ້າຈໍເປັນພາບທີ່ຈຳລອງຂື້ນເພື່ອການສາທິດ ກະລຸນາທົດລອງທີ່ຕົວເຄື່ອງຈິງ ການປຽບທຽບທັງໝົດທີ່ສະແດງໜ້ານີ້ອ້າງອີງກັບຜະລິດຕະພັນ vivo ເທົ່ານັ້ນ

3. ຂໍ້ມູນທັງໝົດຂື້ນກັບພລາມິເຕີການອອກແບບທາງເທັກນິກຂອງເຮົາ ຜົນການທົດສອບໃນຫ້ອງປະຕິບັດການ ແລະ ການທົດສອບຈາກຜູ້ຈັດຈຳໜ່າຍຜົນທີ່ໄດ້ອາດແຕກຕ່າງກັນໄປຂື້ນກັບລຸ້ນຂອງຊອບແວ ສະພາບແວດລ້ອມໃນການທົດສອບ ແລະ ລຸ້ນໂທລະສັບ

4. vivo ຂໍອະທິບາຍການປ່ຽນແປງຂໍ້ກຳນົດ ແລະ ຄຳອະທິບາຍຂອງຜະລິດຕະພັນທີ່ໄດ້ລະບຸໄວ້ໃນເອກະສານສະບັບນີ້ໄດ້ໂດຍບໍ່ຕ້ອງແຈ້ງລ່ວງໜ້າ

5. ໜ້າຈໍຂະໜາດ 6.22 ນີ້ວ ວັດຕາມຂອບຫຼ່ຽມ ແຕ່ຖ້າວັດຕາມມຸມໂຄ້ງຂອງຈໍຈະໄດ້ຄວາມກວ້າງຢູ່ທີ່ 6.02 ນີ້ວ