Halo FullView™ Display:
ເປີດໂລກກວ້າງ

ດ້ວຍຈໍ 6.22 ນິ້ວ ແບບ Halo FullView™ Display ທີ່ມາພ້ອມຕິ່ງຂະຫນາດນ້ອຍຢູ່ເທິງຫນ້າຈໍ, ມີຂະຫນາດສັດສ່ວນຫນ້າຈໍເຖິງ 88.6%ຂອງໂຕເຄື່ອງ. ກ້ອງຫນ້າຢູ່ເທິງໂຕເຄື່ອງດັ່ງເຊັ່ນຕາເວັນກຳລັງເປັ່ງປະກາຍແສງ, ປຽບເຫມືອນຄວາມອົບອຸ່ນແລະຄວາມສວຍງາມທີ່ສາດສ່ອງມາຍັງໂລກ. ດ້ວຍການທີ່ອອກແບບຢ່າງຊານສະຫລາດພ້ອມທີ່ຈະມອບປະສົບການທີ່ຫນ້່າປະທັບໃຈ ໃຫ້ແກ່ຜູ້ໃຊ້.

ຄວາມງາມທີ່ຢູ່ໃນມື

Y95 ຝາຫລັງທີ່ເລືອກໃຊ້ການອອກແບບແບບພິເສດດ້ວຍເທັກນິກການພົ່ນສີແບບເງົາເຫລື້ອມຢູ່ເທິງພື້ນຜິວສີດຳ, ມີການໄລ່ເສດສີຈາກສີດຳເຂັ້ມຫາສີຟ້າປະກາຍມຸກ, ເມື່ອມີແສງຕົກກະທົບໃສ່ເຮັດໃຫ້ປ່ຽນເປັນສີມ້ວງອ່ອນ, ເຊິ່ງປຽບເຫມືອນຄວາມສວຍງາມຂອງທັງຈັກກະວານນັ້ນໄດ້ຢູ່ໃນມືຂອງທ່ານ.

ກ້ອງຫນ້າ 20 ລ້ານພິກເຊວ
AI Face Beauty: ງາມຂຶ້ນອຈ້ງຂຶ້ນ.

ດ້ວຍກ້ອງຫນ້າ Y95 ທີ່ມີຄວາມລະອຽດເຖິງ 20 ລ້ານພິກເຊວ ເຮັດໃຫ້ການຖ່າຍພາບເຊວຟີ້ເກັບລາຍລະອຽດໄດ້ດີກ່ອນທີ່ເຄີຍມີມາ. ນອກຈາກນີ້ AI ຍັງສາມາດລະບຸ ແລະ ຈຳແນກ ອາຍຸ, ເພດ, ສີຜິວ, ໂຄງສ້າງຂອງຜິວ ແລະ ແສງສະຫວ່າງທີ່ຢູ່ອ້ອມຮ້ອມວັດຖຸ ໂດຍທີ່ທ່າບໍ່ຈຳເປັນຕ້ອງຕັ້ງຄ່າຫຍັງຕື່ມອີກ, ເພາະ AI ຈະຊວ່ຍທ່ານປະເມີນຜົນ ແລະ ຕັ້ງຄ່າແບບອັດຕະໂນມັດ. ເຮັດໃຫ້ການຖ່າຍຮູບຂອງທ່ານນັ້ນງາມສົມບູນແບບໃນທຸກສະຖານະການ.

ກ້ອງຄູ່ AI Camera:
ສີສັນສົດໃສ 2 ເທົ່າ

Y95 ມາພ້ອມກ້ອງຫລັກທີ່ມີຄວາມລະອຽດເຖິງ 13 ລ້ານພິກເຊວ ແລະ ກ້ອງໂຕທີ່ສອງ 2 ລ້ານພິກເຊວທີ່ສາມາດມາດຖ່າຍຮູບຫນ້າແຈ້ງລະລາຍຫລັງ, ພ້ອມທັງມີໂບເກ້ຄືດັ່ງມືອາຊີບຖ່າຍ. ພ້ອມທັງມີການປະມວນການຖ່າຍພາບເຖິງ 140 ແບບແບບອັດຕະໂນມັດເຊັ່ນການເລັ້່ງສີຟ້າຂອງທ້ອງຟ້າ ຫລື ການເພີ່ມຄວາມສົດໃສຂອງດອກໄມ້.

ແບັດເຕີຣີ້ທີ່ມີຄວາມຈຸເຖິງ 4030mAh

ດ້ວຍແບັດເຕີຣີ້ທີ່ມີຄວາມຈຸຂະຫຍາດໃຫຍ່ເຖິງ 4030mAh ແລະ ການຈັດການພະລັງງານຢ່າງມີປະສິດທິພາບ ເຮັດໃຫ້ທ່ານສາມາດຫລິ້ນໂທລະສັບໄດ້ດົນ ແລະ ຍາວນານຂຶ້ນ ໂດຍບໍ່ຕ້ອງກັງວົນວ່າແບັດເຕິຣີ້ຈະຫມົດ.

ແຣມ 4ກິກ + ຣອມ 64ກິກ

Y95 ໄດ້ເລືອກໃຊ້ ແຣມ 4ກິກ ແລະ ມາພ້ອມຫນ່ວຍປະມວນຜົນ Qualcomm Snapdragon octa-core ທີ່ມີຂະຫນາດ 12 ນາໂນເມດເຮັດໃຫ້ການເປີດແອັບຕ່າງໆໄດ້ຢ່າງລື່ນໄຫລບໍ່ມີສະດຸດ. ສ່ວນຣອມເອງກໍ່ມີຄວາມຈຸເຖິງ 64ກິກ ເຮັດໃຫ້ທ່ານອິດສະຫລະຂຶ້ນຕື່ມໃນການເກັບຂໍ້ມູນຕ່າງໆ.

AI Game Mode

AI Game Mode ທີ່ອັບເດດມາໃຫມ່ນີ້ນອກຈາກໂຫມດຫ້າມລົບກວນຈາກສາຍໂທເຂົ້າ, ການແຈ້ງເຕືອນການໂທຢູ່ພື້ນຫລັງ ແລະ ແປ້ນພິມເກມ, ນອກຈາກນີ້ຍັງໄດ້ເພີ່ມຟີເຈີ້ໃຫມ່ໆເຂົ້າໄປຕື່ມອີກເຊັ່ນ:ການປັດຫນ້າຈໍໄປທາງຂ້າງເພື່ອເຂົ້າເຖິງການຕັ້ງຄ່າຕ່າງໆໄດ້ຢ່າງງ່າຍດາຍໂດຍທີ່ທ່ານບໍ່ຈຳເປັນຕ້ອງອອກຈາກເກມ,ຫລືວ່າຈະເປັນການຫລິ້ນ ເກມໃນຂະນະທີ່ຈໍດັບຢູ່ເຊິ່ງຊ່ອຍໃຫ້ທ່ານບໍ່ຫລຸດອອກຈາກເກມ.

Jovi Smart Scene:
ຜູ້ຊ່ວຍສ່ວນໂຕ

Y95 ຍັງມີຄວາມເຂົ້າໃຈວ່າທ່ານຕ້ອງການຫຍັງ ແລະ ກາຍມາເປັນຫມູ່ຊະນິດຂອງທ່ານເພື່ອຊ່ວຍເຫລືອອຳນວຍຄວາມສະດວກໃນຊີວິດປະຈຳວັນເຊັ່ນ: ນັບຈຳນວນກ້າວ ແລະ ຄຳນວນແຄວຣໍຣີ່, ລາຍງານຜົນກິລາທີ່ທ່ານໂປດປານ, ລາຍງານສະພາບອາກາດ ແລະ ແຈ້ງເຕືອນທ່ານໃຫ້ພັກຜ່ອນໃນເວລາທີ່ທ່ານເຮັດວຽກຈົນຮອດເດິກ.

ມ່ວນກັບການເຊວຟີ້ກັບ AR ສະຕິກເກີ້

ໂດຍທີ່ທ່ານບໍ່ຈຳເປັນຕ້ອງໂຫລດແອັບອື່ນຕື່ມອີກ ພຽງແຕ່ທ່ານມີ Y95 ໂດຍກົດເຂົ້າໄປທີ່ກ້ອງຖ່າຍຮູບທ່ານກໍ່ສາມາດຖ່າຍຮູບໄດ້ມ່ວນກວ່າທີ່ເຄີຍແລ້ວ.

Google Lens

vivo ແລະ Google ໄດ້ຮ່ວມືກັນໃນການພັດທະນາເທັກໂນໂລຢີໃຫມ່ໆ ເພື່ອເຮັດໃຫ້ AI image ຈົດຈຳຮູບໄດ້ຫລາຍຂຶ້ນ. ໂດຍນຳໃຊ້ການປະມວນຜົນຂັ້ນສູງຂອງອຸດສາຫະກຳ ແລະ ການຮ່ວມກັນກັບເທັກໂນໂລຢີທາງເຄືອຂ່າຍ, ເຮັດໃຫ້ Y95 ສາມາດຈຳແນກວັດຖຸ ແລະ ສາກຕ່າງໆຂອງຮູບພາບ ລວມເຖິງການຊອກຫາສະຖານທີ່ສຳຄັນຕ່າງໆ, ຈຳແນກພືດ ແລະ ສັດຕ່າງໆ. ພຽງແຕ່ທ່ານເປີດກ້ອງກໍ່ເຮັດໃຫ້ທັງໂລກຕິດຕໍ່ກັບທ່ານໄດ້ຢ່າງງ່າຍດາຍ.

ລາຍລະອຽດທີ່ບໍ່ຢູ່ໃນຄວາມຮັບຜິດຊອບ:

1. ຮູບພາບຂອງຜະລິດຕະພັນມີໄວ້ເພື່ອການອ້າງອີງເທົ່ານັ້ນ. ເນື້ອຫາທີ່ສະແດງເທິງຫນ້າຈໍເປັນພາບທີ່ຈຳລອງຂຶ້ນເພື່ອການສາທິດ. ກະລຸນາລອງຫລິ້ນໂຕເຄື່ອງແທ້.

2. ຂໍ້ມູນທັງຫມົດຂຶ້ນກັບພາລາມີເຕີ້ການອອກແບບທາງເທັກນິກຂອງເຮົາ ຜົນການທົດສອບໃນຫ້ອງປະຕິບັດການ ແລະ ການທົດສອບຈາກຜູ້ຈັດຈຳຫນ່າຍ ຜົນລັບທີ່ໄດ້ອາດແຕກຕ່າງກັນໄປຂຶ້ນຢູ່ກັບລຸ້ນຂອງຊອບແວ, ສະພາບແວດລ້ອມ ແລະ ລຸ້ນໂທລະສັບ ການປຽບທຽບທັງຫມົດທີ່ສະແດງໃນຫນ້ານີ້ອ້າງອີງກັບຜະລິດຕະພັນ vivo ເທົ່ານັ້ນ.

3. ວີໂວ່ຂໍສະຫງວນສິດໃນການປ່ຽນແປງຂໍ້ກຳນົດ ແລະ ຄຳອະທິບາຍຂອງຜະລິດຕະພັນທີ່ໄດ້ລະບຸໄວ້ໃນເອກະສານສະບັບຍີ້ໄດ້ຕະຫລອດເວລາໂດຍບໍ່ຈຳເປັນຕ້ອງແຈ້ງການປ່ຽນແປງລ່ວງຫນ້າ