ໜ້າຫຼັກ

>

ກ່ຽວກັບ vivo

>

ຊີວິດທີ່ vivo

ຊີວິດຢູ່ທີ່ vivo

ແມ່ນຫຍັງທີ່ພວກເຮົາເຮັດ

vivo ໄດ້ພັດທະນາຜະລິດຕະພັນທີ່ມີສະໄຕ ແລະ ຕື່ນເຕັ້ນ ສໍາລັບຄົນທີ່ຫລົງໄຫລ ກະຕືລື່ລົ້ນ. ພວກເຮົາເນັ້ນໃສ່ການສ້າງສະມາດໂຟນ ທີ່ສ້າງປະສົບການທີ່ດີສຸດໃຫ້ແກ່ລູກຄ້າໃນດ້ານການຖ່າຍຮູບເທິ່ງໂທລະສັບ ແລະ ລະບົບສຽງໄຮໄຟ. ນອກຈາກສະມາດໂຟນແລ້ວ, vivo ຍັງໄດ້ພັດທະນາແອ໋ບທີ່ຫລາກຫລາຍ ແລະ ເຄື່ອງມືອິນເຕີເນັດ ທີ່ປະສົມປະສານເຂົ້າກັບຜະລິດຕະພັນຂອງພວກເຮົາຢ່າງລົງຕົວ. ໃນອະນາຄົດ ເປົ້າໝາຍຂອງບໍລິສັດ vivo ແມ່ນການສ້າງລະບົບອິນເຕີເນັດເທິ່ງມືຖືທີ່ສົມບູນແບບ ທີ່ຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ທັງໝົດຢ່າງຄອບຄຸມ.

ມີຊີວິດທີ່ສະຫລາດ, ຫລີ້ນຢ່າງສະຫລາດ ໄປພ້ອມກັບມືຖື vivo!

ຢູ່ທີ່ບໍລິສັດ vivo ພວກເຮົາເຊື່ອວ່າພະນັກງານພວກເຮົາແມ່ນກຸນແຈສໍາຄັນຕໍ່ກັບການພັດທະນາອະນາຄົດທີ່ເຂັ້ມແຂງໃນດ້ານຍີ້ຫໍ້ໂທລະສັບຂອງພວກເຮົາ. ບໍລິສັດ vivo ສົ່ງເສີມໃຫ້ພະນັກງານຂອງຕົນ ສ້າງນະວັດຕະກໍາປ່ຽນແປງໃໝ່ ແລະ ໃຫ້ເຂົາເຈົ້າມີທີ່ຫວ່າງ ແລະ ຊັບພະຍາກອນທີ່ຕ້ອງການ ສໍາລັບວິຊາອາຊີບຂອງເຂົາເຈົ້າ ເພື່ອການເຕີບໂຕ ແລະ ພັດທະນາ. ບໍລິສັດ vivo ແມ່ນໄດ້ມອບຜົນຕອບແທນ ແລະ ຜົນປະໂຫຍດຕ່າງໆທີ່ສູງ ໄປພ້ອມກັບການອົບຮົມທີ່ລົງເລິກ ແລະ ເສັ້ນທາງການພັດທະນາອາຊີບ ສໍາລັບພະນັກງານທຸກຄົນ. ໃນເວລາດຽວກັນ ພວກເຮົາຍັງສົ່ງເສີມວັດທະນາທໍານະວັດຕະກໍາປ່ຽນແປງໃໝ່ ເພື່ອຮັບປະກັນວ່າ ພະນັກງານພວກເຮົາແມ່ນມີການປັບປຸງ ແລະ ກ້າວໄປຂ້າງໜ້າຢ່າງໄວວາ.