ປ່ຽນສີ UI

ສ້າງສີສັນໂດດເດັ່ນໃນຮູບແບບຕ່າງໆ ໄດ້ຫຼາກຫຼາຍຂື້ນ

ສ້າງເອກະລັກໃຫ້ໂທລະສັບຂອງທ່ານໄດ້ຢ່າງທີ່ບໍ່ເຄີຍມີມາກ່ອນເລືອກຈາກໂຕເລືອກສີຫຼາກຫຼາຍທີ່ໃຫ້ມາແລະນຳໄປໃຊ້ກັບອິນເທີເຟສຜູ້ໃຊ້

ໄອຄອນສີດຽວ

ສີດຽວນັ້ນບໍພໍ

ປົດປ່ອຍຄວາມຄິດສ້າງສັນລົງໃນຫນ້າຈໍຫຼັກຂອງທ່ານເຊັ່ນ ການປ່ຽນສີໄອຄອນຫນ້າຈໍຫຼັກໃຫ້ເຂົ້າກັບພາບພື້້ນຫຼັງທີ່ທ່ານມັກ ພຽງກົດຄັ້ງດຽງ ທ່ານກໍ່ຈະໄດ້ສີທີ່ກົມກືນໃນຫນ້າຈໍຫຼັກແລະແອັບໂປຣດບາງແອັບຂອງທ່ານ

ລະບົບສ່ອງເບິ່ງພາບແບບມືອາຊີບ

ຊ່ອງເບິ່ງພາບທີ່ເຮັດໃຫ້ພາບທີ່ຖ່າຍອອກມາຍ້ຽມຍອດ

ດ້ວຍເສັ້ນລະດັບໂລກໃນການກວດວັດພາບຖ່າຍຂອງທ່ານຢູ່ໃນແນວນອນທີ່ຊື່ຕົງງາມ ວົງແຫວນປ້ອງກັນພາບສັ່ນຈາກການທີ່ມືສັ່ນເວລາຖ່າຍແລະວົງແຫວນປັບໂຟກັສທີ່ລວມຢູ່ໃນຊ່ອງເບິ່ງພາບ ມອບຄວາມໝັ້ນໃຈໃຫ້ທ່ານເພື່ອຜົນລັບທີ່ທ່ານຕ້ອງການ

ເອັບເຟັກມາສເຕີ

ທີ່ດຽວຄົບສຳລັບເອັກເຟັກຖືກໃຈ

ຕ້ອງການປັບຄ່າຄວາມອີ່ມສີ ຄວາມສະຫວ່າງ ຄອນທຣາສແລະການເປີດຮັບແສງແມ່ນບໍ? ຫາການຕັ້ງຄ່າທັງໝົດນີ້ໄດ້ໃນສ່ອງເບິ່ງພາບພຽງແຕ່ປັດໃນແນວນອນຫຼືແນວຕັ້ງເພື່ອປັບແຕ່ງການຕັ້ງຄ່າແລະເລືອກເອັບເຟັກທີ່ຖືກໃຈ

Replay

ຄິບວິດີໂອ

ບໍ່ມີຫຍັງມາກວນໃຈເພາະນີ່ຄືມືອາຊີບ

ປິດສຽງວິດີໂອດ້ວຍການແຕະໜຶ່ງຄັ້ງເພື່ອໃຫ້ທ່ານສາມາດຈົດຈໍ່ກັບການປັບແຕ່ງແກ້ໄຂຟຸທເທຈໄດ້ ທ່ານຍັງສາມາດປັບແຕ່ງທີ່ລະອຽເຍິ່ງຂື້ນໂດຍການປັບລະດັບສຽງໃນແຕ່ລະສ່ວນໃຫ້ຕ່າງກັນ

Replay

ເຊື່ອງອາລະບ້ຳ

ຄວາມຊົງຈຳບາງຢ່າງເປັນຂອງທ່ານຄົນດຽວເທົ່ານັ້ນ

ເຊື່ອງຮູບພາບແລະວິດີໂອເພື່ອປົກປ້ອງຄວາມເປັນສ່ວນໂຕຫຼາຍຍິ່ງຂື້ນ ທ່ານຈະໄດ້ບໍຕ້ອງກັງວົນວ່າຈະຖືກລັກເບິ່ງໂດຍບໍ່ຕ້ອງການເຖິງທ່ານຈະເອົາໂທລະສັບໃຫ້ຄົນອື່ນຫຼີ້ນກໍ່ຕາມ

Replay

ການປັບໝຸດແອັບ

ເພື່ອຄວາມເປັນສ່ວນໂຕຂອງທ່ານ ເຮົາກ້າວໄປອີກຂັ້ນ

ເມື່ອມີຄົນຍືມໂທລະສັບຂອງທ່ານ ທ່ານສາມາດເລືອກການປັກໝຸດໄດ້ສອງລະດັບເພື່ອຮັກສາຂໍ້ມູນສຳຄັນຂອງທ່ານໃຫ້ປອດໄພ ການປັກໝຸດແອັບຈະຊ່ວຍໃຫ້ແອັບທີ່ຖືກເລືອກນັ້ນຢູ່ກັບທີ່ຈົນກວ່າທ່ານຈະຍົກເລີກການປັກໝຸດ ຈະມີສະເພາະແອັບນັ້ນໆທີ່ສາມາດໃຊ້ງານໄດ້ ຫຼືຈະຍົກລະດັບຂື້ນໄປອີກຂັ້ນໂດຍຫ້າມຜູ້ໃຊ້ທຸກຄົນດຳເນີນການໃດໆພາຍໃນແອັບ

Replay

ໂຕຈັດການແອັບທີ່ເປີດໃຊ້ງານຢູ່

ຄວາມໂປ່ງໃສທີ່ຫຼາຍຂື້ນ ການຈັດການຂັ້ນສູງ

ຕອນນີ້ທ່ານສາມາດຈັດການແອັບທີ່ດຳເນີນງານຢູ່ໄດ້ຢ່າງ່າຍດາຍເບິ່ງເວລາການດຳເນີນງານແລະປິດການດຳເນີນງານໄດ້ພຽງການແຕະພຽງຄັ້ງດຽວ ປະສິດທິພາບຂອງແອັບເຮັດໃຫ້ໂປ່ງໃສການຈັດການແອັບໃຫ້ເປັນເລື່ອງງ່າຍ

Replay

ກຣາດ AQI

ເບິ່ງຂໍ້ມູນຄຸນນະພາບອາກາດແບບຣຽວທາມໄດ້ຢ່າງວ່ອງໄວ

ໃຫ້ທ່ານເບິ່ງຂໍ້ມູນຄຸນນະພາບຂອງອາກາດໃນປັດຈຸບັນຜ່ານແດຊບຼອດງ່າຍໆ ອັນດຽວໄດ້ຢ່າງວ່ອງໄວ ກ່ອນຈະກ້າວຂາອອກຈາກບ້ານ ໂດຍທີ່ຂໍ້ມູນຢ່າງລະອຽດ ເຊັ່ນລະດັບ PM2.5 ອີກດ້ວຍ

ການຫຼຸດອຸນຫະພູມຂອງໂທລະສັບ

ເຢັນສະເໝີໃນທຸກສະຖານະການ

ຟີເຈີນີ້ຊ່ວຍປ້ອງກັນບໍ່ໃຫ້ຄວາມຮ້ອນສູງເກີນໄປໂດຍການຫຼຸດຈຳນວນວົນແອັບທີ່ດຳເນີນງານແລະປັບແຕ່ງຄວາມຖີ່ຂອງ CPU ໄດ້ຢ່າງຊານຫຼາດ

Checking phone temperature

Reducing CPU load

ການຊ່ວຍການເຂົ້າເຖິງ

ຊ່ວຍການເຂົ້າເຖິງແບບດິຈິທັລທີ່ເປີດກວ້າງຫຼາຍຍິ່ງຂື້ນ

ດ້ວຍຄວາມມຸ່ງໝັ້ນທີ່ຈະຊ່ວຍໃຫ້ຜູ້ຄົນໄດ້ຮັບປະໂຫຍດຈາກໂລດິຈິທັລຫຼາຍຂື້ນ ເຮົາຈຶ່ງໄດ້ອັບເກຣດບໍລິການຊ່ວຍການເຂົ້າເຖິງຂອງເຮົາເພື່ອເປັນແນວທາງສຳລັບຜູ້ທີ່ຕ້ອງການຕັ້ງຄ່າໂທລະສັບເຄື່ອງໃຫມ່ຢ່າງອິດສະຫຼະດ້ວຍຟີເຈີຕ່າງໆເຊັ່ນ ການແກ້ໄຂສີ ການກັບສີແລະການລົບພາບເຄື່ອນໄຫວ

ຂໍ້ຄວາມທາງກົດໝາຍ:

  • ຂໍ້ມູນໃຫມ່ຫນ້ານີ້ (ລວມເຖິງແຕ່ບໍ່ຈຳກັດສະເພາະ UI ຂອງລະບົບຮູບພາບພື້ນຫຼັງ ຄຸນລັກສະນະຂອງຜະລິດຕະພັນໂຄງສ້າງໂທລະສັບ ແລະ ຮູບພາບ) ໃຊ້ສໍາລັບການອ້າງອີງເທົ່ານັ້ນຟີເຈີອາດແຕກຕ່າງກັນໄປ ຂື້ນຢູ່ກັບເວີຊັ່ນຂອງລະບົບປະຕິບັດການແລະລຸ່ນຂອງໂທລະສັບໃຫ້ຍຶດຈາກຜະລິດຕະພັນໂຕຈິງເປັນຫຼັກ ກະລຸນາຕິດຕໍ່ຝ່າຍບໍລິການລູກຄ້າເພື່ອຂໍຂໍ້ມູນເພີ່ມເຕີມ
  • ໄອຄອນຂາວ​ດຳ: ມີຜົນນຳໃຊ້ກັບແອັບທີ່ເຂົ້າກັນໄດ້ໃນຊຸດຮູບແບບຕາມຄ່າເລີ່ມຕົ້ນເທົ່ານັ້ນ.