ໜ້າຫຼັກ

>

ນະ​ໂຍ​ບາຍ​ຄຸກ​ກີ້

ນະໂຍບາຍຄຸກກີ້ຂອງ vivo

ອັບເດດຫຼ້າສຸດ: 1 ກັນຍາ 2022

ນະໂຍບາຍຄຸກກີ້ນີ້ອະທິບາຍປະເພດຕ່າງໆຂອງຄຸກກີ້ ແລະ ເຕັກໂນໂລຊີທີ່ຄ້າຍຄືກັນທີ່ອາດຈະໃຊ້ຮ່ວມກັບເວັບໄຊທ໌ທີ່ເປັນເຈົ້າຂອງ ຫຼື ຄວບຄຸມໂດຍ vivo Mobile Communication Co., Ltd. (ເຊິ່ງຕໍ່ໄປນີ້ເອີ້ນວ່າ "ພວກເຮົາ" ຫຼື "ເຮົາ"), ທີ່ມີທີ່ຢູ່ຈົດທະບຽນຢູ່ທີ່ No.1, vivo Road, Chang'an, Dongguan, Guangdong, China. ນະໂຍບາຍນີ້ຍັງອະທິບາຍວິທີທີ່ພວກເຮົາຈັດການຄຸກກີ້ ແລະ ເຕັກໂນໂລຊີທີ່ຄ້າຍຄືກັນ.

1.      ຄຸກກີ້ ແລະ ເຕັກໂນໂລຊີທີ່ຄ້າຍຄືກັນແມ່ນຫຍັງ?

ຄຸກກີ້ແມ່ນໄຟລ໌ຂໍ້ຄວາມຂະໜາດນ້ອຍທີ່ເວັບໄຊທ໌ຈັດເກັບໃນຄອມພິວເຕີ ຫຼື ອຸປະກອນມືຖືຂອງທ່ານເມື່ອທ່ານເຂົ້າເບິ່ງເວັບໄຊທ໌. ຄຸກກີ້ຊ່ວຍໃຫ້ທ່ານສາມາດປັບປະສົບການຂອງທ່ານໃຫ້ເປັນສ່ວນຕົວໃນເວັບໄຊທ໌ຂອງພວກເຮົາ, ຈື່ການກຳນົດຄ່າຂອງທ່ານໄລຍະເວລາໃດໜຶ່ງ ແລະ ຊ່ວຍພວກເຮົາປັບປຸງປະສິດທິພາບຂອງໂຄສະນາ ແລະ ການຊອກຫາເວັບ. ຄຸກກີ້ຈັດເກັບຂໍ້ມູນທີ່ກ່ຽວຂ້ອງກັບອຸປະກອນປາຍທາງສະເພາະທີ່ໃຊ້. ແນວໃດກໍ່ຕາມ, ນີ້ບໍ່ໄດ້ໝາຍຄວາມວ່າພວກເຮົາໄດ້ຮັບຄວາມຮູ້ທັນທີກ່ຽວຂ້ອງຕົວຕົນຂອງທ່ານ. ເນື້ໃນຂອງຄຸກກີ້ສາມາດກູ້ຄືນ ແລະ ອ່ານໄດ້ໂດຍເຊີບເວີທີ່ສ້າງຄຸກກີ້ເທົ່ານັ້ນ.

 

ພວກເຮົາອາດຈະໃຊ້ເຕັກໂນໂລຊີອື່ນທີ່ຄ້າຍຄືຄຸກກີ້ ເຊັ່ນ ພິກເຊວ, ເພື່ອຈຸດປະສົງທີ່ຄຸກກີ້ເປີດໃຊ້ງານ. ພິກເຊວໃນເວັບໄຊທ໌ຂອງພວກເຮົາຍັງສົ່ຂໍ້ມູນກ່ຽວກັບການໃຊ້ເວັບໄຊທ໌ຫາເຊີບເວີຂອງພວກເຮົາ ຫຼື/ແລະ ເຊີບເວີຂອງພາກສ່ວນທີສາມ ແຕ່ບໍ່ໄດ້ຈັດເກັບຂໍ້ມູນໃນບຣາວເຊີຂອງຜູ້ໃຊ້ຄືກັບຄຸກກີ້ເຮັດ. ພິກເຊວເຫຼົ່ານີ້ຖືກຈັດໝວດໝູ່ ແລະ ຖືຈັດການໃນລັກສະນະດຽວກັນກັບຄຸກກີ້.

 

ພວກເຮົາຈະເຮັດສຸດຄວາມສາມາດຂອງພວກເຮົາເພື່ອຫຼີກເວັ້ນການເກັບກຳຂໍ້ມູນ (ເຊັ່ນ ຊື່, ເບີໂທລະສັບ, ທີ່ຢູ່ອີເມວ, ພິກັດ GPS ຫຼື ຈຸດທີ່ຕັ້ງທີ່ແນ່ນອນອື່ນໆ ເປັນຕົ້ນ.) ທີ່ສາມາດໃຊ້ດ້ວຍຕົວມັນເອງເພື່ອລະບຸໂດຍກົງ, ຕິດຕໍ່ ຫຼື ຊອກຫາຈຸດທີ່ຕັ້ງບຸກຄົນຢ່າງຖືກຕ້ອງຜ່ານຄຸກກີ້ ຫຼື ເຕັກໂນໂລຊີທີ່ຄ້າຍຄືກັນ. ແນວໃດກໍ່ຕາມ, ໂດຍປົກກະຕິແລ້ວ ພວກເຮົາຈຳເປັນຕ້ອງເກັບກຳຕົວລະບຸຜູ້ໃຊ້ປາທາງທີ່ເປັນນາມແຝງ (ເຊັ່ນ ID ຄຸກກີ້ນາມແຝງ, ID ການໂຄສະນານາມແຝງ ແລະ ອື່ນໆ.), ທີ່ຢູ່ IP ແລະ ຂໍ້ມູນພື້ນຖານອື່ນໆ ກ່ຽວກັບອຸປະກອນ/ບຣາວເຊີ.

 

ກະລຸນາຈື່ໄວ້ວ່າ ເມື່ອທ່ານເຂົ້າເບິ່ງເວັບໄຊທ໌ຂອງພວກເຮົາຄັ້ງທຳອິດ, ພວກເຮົາຈະປັອບອັບປ້າຍຄຸກກີ້ ແລະ ໃຫ້ນະໂນຍາຍຄຸກກີ້ນີ້ແກ່ທ່ານ. ຖ້າທ່ານສືບຕໍ່ໃຊ້ເວັບໄຊທ໌, ສະແດງວ່າທ່ານໄດ້ອ່ານ ແລະ ເຫັນດີທີ່ພວກເຮົາໃຊ້ຄຸກກີ້ເພື່ອປະມວນຜົນຂໍ້ມູນຂອງທ່ານຕາມນະໂຍບາຍຄຸກກີ້ນີ້.

 

2.      ຄຸກກີ້: ປະເພດ, ໝວດ ແລະ ຈຸດປະສົງການໃຊ້

2.1 ປະເພດ

ພວກເຮົາແບ່ງປະເພດຄຸກກີ້ອອກເປັນສອງປະເພດຕ່າງກັນດັ່ງນີ້:

 

a)    ຄຸກກີ້ພາກສ່ວນທຳອິດ

ຄຸກກີ້ພາກສ່ວນທຳອິດໝາຍເຖິງຄຸກກີ້ພາຍໃນ ແລະ ໂດຍກົງ (ຍັງເອີ້ນວ່າ "ຄຸກກີ້ຖາວອນ") ແລະ ມັກຈະຈຳເປັນສຳລັບເວັບໄຊທ໌ ຫຼື ຄຸນສົມບັດໃນເວັບໄຊທ໌ເພື່ອໃຫ້ໃຊ້ງານໄດ້ຢາງເໝາະສົມທີ່ສຸດ. ແລະ ເພື່ອໃຫ້ສາມາດຈື່ການກຳນົດຄ່າຂອງທ່ານຫຼັງຈາກທ່ານອອກຈາກເວັບໄຊທ໌ ເຊັ່ນ ການກຳນົດພາສາ ແລະ ຮ້ານຄ້າທີ່ເລືອກໃຊ້. ຄຸກກີ້ເຫຼົ່ານີ້ຖືກກຳນົດໂດຍເວັບໄຊທ໌ທີ່ທ່ານກຳລັງເຂົ້າເບິ່ງ ແລະ ທີ່ເວັບໄຊທ໌ທີ່ສາມາດອ່ານພວກມັນເທົ່ານັ້ນ.

 

b)    ຄຸກກີ້ພາກສ່ວນທີສາມ

ຄຸກກີ້ພາກສ່ວນທີສາມແມ່ນຄຸກກີ້ຕິດຕາມ ຫຼື ຄຸກກີ້ກຳນົດເປົ້າໝາຍໃໝ່ຈາກພາກສ່ວນພາຍນອກ ແລະ ດັ່ງນັ້ນ ຄຸກກີ້ທາງອ້ອມຈຶ່ງມີໄວ້ເພື່ອການໂຄສະນາ ຫຼື ເພື່ອເກັບກຳຂໍ້ມູນກ່ຽວກັບພຶດຕິກຳການທ່ອງເວັບ. ເວັບໄຊທ໌ຂອງພວກເຮົາອາດຈະໃຊ້ການບໍລິການພາຍນອກດັ່ງກ່າວ. ຕົວຢ່າງ ບາງໜ້າຂອງພວກເຮົາສະແດງຜົນເນື້ອໃນຈາກຜູ້ໃຫ້ບໍລິການພາຍນອກ ເຊັ່ນ YouTube, Google ແລະ Twitter.

 

2.2  ໝວດ ແລະ ຈຸດປະສົງການໃຊ້

ສາມາດແບ່ງຄຸກກີ້ອອກເປັນສີ່ໝວດຕາມຈຸດປະສົງທີ່ແຕກຕ່າງກັນ:

 

a)    ຄຸກກີ້ທີ່ຈຳເປັນຢ່າງຍິ່ງ

ເຫຼົ່ານີ້ແມ່ນຄຸກກີ້ທີ່ຈຳເປັນສຳລັບການດຳເນີນການໃນເວັບໄຊທ໌ ແລະ ຂໍ້ສະເໜີໃຫ້ບໍລິການອື່ນໆຂອງພວກເຮົາ. ພວກມັນລວມມີ, ຕົວຢ່າງ ຄຸກກີ້ທີ່ຊ່ວຍໃຫ້ທ່ານສາມາດເຂົ້າສູ່ລະບົບພື້ນທີ່ຂອງເວັບໄຊທ໌ຂອງພວກເຮົາ, ຖ້າບໍ່ມີຄຸກກີ້ເຫຼົ່ານີ້, ພວກເຮົາບໍ່ສາມາດໃຫ້ການບໍລິການແກ່ທ່ານໄດ້ ເຊັ່ນ ກະຕ່າຊື້ເຄື່ອງ ແລະ ການສະແດງຜົນຂໍ້ມູນເວັບໄຊທ໌.

 

b)    ຄຸກກີ້ຟັງຄ໌ຊັນໃຊ້ງານ

ຄຸກກີ້ເຫຼົ່ານີ້ຖືກໃຊ້ເພື່ອຈົດຈຳທ່ານເມື່ອທ່ານກັບຄືນສູ່ເວັບໄຊທ໌ຂອງພວກເຮົາ ຫຼື ເຂົ້າສູ່ລະບົບຂໍ້ສະເໜີໃຫ້ບໍລິການອື່ນໆຂອງພວກເຮົາ. ຕົວຢ່າງ ພວກເຮົາອາຈະຈັດເກັບຈຸດທີ່ຕັ້ງທາງພູມສາດຂອງທ່ານໄວ້ໃນຄຸກກີ້ເພື່ອຮັບປະກັນວ່າພວກເຮົາສະແດງເວັບໄຊທ໌ທີ່ແປເປັນພາສາທ້ອງຖິ່ນທີ່ກຳນົດຕາມພາກພື້ນຂອງທ່ານ. ນີ້ຊ່ວຍໃຫ້ພວກເຮົາສາມາດປັບແຕ່ງເນື້ອໃນຂອງພວກເຮົາໃຫ້ເໝາະສຳລັບທ່ານ, ທັກທ້າຍທ່ານຕາມຊື່ ແລະ ຈົດຈຳຄວາມມັກຂອງທ່ານ.

 

c)    ຄຸກກີ້ດ້ານການວິເຄາະ/ການດຳເນີນງານ

ຄຸກກີ້ເຫຼົ່ານີ້ຊ່ວຍໃຫ້ພວກເຮົາສາມາດຈົດຈຳ ແລະ ນັບຜູ້ເຂົ້າເບິ່ງ ແລະ ແຫຼ່ງທີ່ມາຂອງຜູ້ເຂົ້າເບິ່ງ ແລະ ເບິ່ງວ່າຜູ້ເຂົ້າເບິ່ງສຳຫຼວດເວັບໄຊທ໌ຂອງພວກເຮົາ ແລະ ຂໍ້ສະເໜີບໍລິການອື່ນແນວໃດ ເຊັ່ນ ເບິ່ງໜ້າທີ່ທ່ານເຂົ້າເບິ່ງຫຼາຍທີ່ສຸດ ເພື່ອຊ່ວຍພວກເຮົາປັບປຸງວິທີການທີ່ເວັບໄຊທ໌ຂອງພວກເຮົາ ແລະ ຂໍ້ສະເໜີບໍລິການອື່ນໃຊ້ໄດ້ດີ. ພວກເຮົາໃຊ້ Google Analytics ("GA"), Contentsquare ("CS"), ແລະ ຄຸກກີ້ດ້ານການວິເຄາະ/ການດຳເນີນງານທີ່ຄ້າຍຄືກັນໂດຍບໍ່ມີຂີດຈຳກັດເພື່ອໃຫ້ບັນລຸຈຸດປະສົງດັ່ງກ່າວ.

ຕາມທີ່ Google ລະບຸໄວ້, ໂດຍປົກກະຕິແລ້ວ ຂໍ້ມູນທີ່ສ້າງໂດຍຄຸກກີ້ GA ຈະຖືກຈັດເກັບໄວ້ໃນເຊີບເວີ Google ແລະ ທີ່ຢູ່ IP ຂອງທ່ານຈະຖືກຫຍໍ້ເຂົ້າໂດຍ Google ກ່ອນລ່ວງໜ້າ. ໃນກໍລະນີພິເສດເທົ່ານັ້ນ, ທີ່ຢູ່ IP ເຕັມຂອງທ່ານຈະຖືກສົ່ງຫາເຊີບເວີ Google ແລະ ຖືກຫຍໍ້ເຂົ້າບ່ອນນັ້ນ. ໃນນາມຂອງພວກເຮົາ, Google ຈະໃຊ້ຂໍ້ມູນນີ້ເພື່ອຈຸດປະສົງຂອງການລວບລວມລາຍງານກ່ຽວກັບກິດຈະກຳໃນເວັບໄຊທ໌ ແບະ ໃຫ້ການບໍລິການອື່ນທີ່ກ່ຽວຂ້ອງກັບກິດຈະກຳເວັບໄຊທ໌ ແລະ ການໃຊ້ອິນເຕີເນັດ. ທີ່ຢູ່ IP ທີ່ຖືກສົ່ງຈາກບຣາວເຊີຂອງທ່ານເຊິ່ງເປັນສ່ວນໜຶ່ງຂອງ Google Analytics ຈະບໍ່ເຊື່ອມໂຍງກັບຂໍ້ມູນອື່ນໆທີ່ Google ເກັບໄວ້. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງສູນຊ່ວຍເຫຼືອຂອງ GA ທີ່ https://support.google.com/analytics/#topic=1008008.

ຂໍ້ມູນທີ່ສ້າງໂດຍຄຸກກີ້ CS ຈະຖືກຈັດເກັບໄວ້ໃນເຊີບເວີ CS ພາຍໃນ EEA. ສຳລັຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງນະໂຍບາຍຄວາມເປັນສ່ວນຕົວຂອງການບໍລິການ Contentsquare ທີ່ https://contentsquare.com/services-privacy-policy/.

ໄລຍະເວລາເກັບຮັກສາຄຸກກີ້ດ້ານການວິເຄາະ/ການດຳເນີນງານ ໂດຍທົ່ວໄປຈະແຕກຕ່າງກັນໄປໄລຍະເວລາທີ່ທ່ານເປີດເບິ່ງໜ້າເວັບສູງສຸດ 13 ເດືອນ, ຂຶ້ນຢູ່ກັບຈຸດປະສົງຂອງຄຸກກີ້ແຕ່ລະອັນ.

 

d)    ຄຸກກີ້ກຳນົດເປົ້າໝາຍ

ຄຸກກີ້ເຫຼົ່ານີ້ບັນທຶກການທີ່ທ່ານເຂົ້າເບິ່ງເວັບໄຊທ໌ ແລະ ຂໍ້ສະເໜີໃຫ້ບໍລິການອື່ນໆຂອງພວກເຮົາ, ໜ້າທີ່ທ່ານເຂົ້າເບິ່ງ ແລະ ລິ້ງທີ່ທ່ານຕິດຕາມ. ພວກເຮົາຈະໃຊ້ຂໍ້ມູນນີ້ເພື່ອເຮັດໃຫ້ເວັບໄຊທ໌, ຂໍ້ສະເໜີໃຫ້ບໍລິການອື່ນໆ ແລະ ການໂຄສະນາຂອງພວກເຮົາທີ່ສະແດງຜົນໃນພວກມັນ (ຖ້າມີ) ມີຄວາມກ່ຽວຂ້ອງກັບຄວາມສົນໃຈຂອງທ່ານຍິ່ງຂຶ້ນ. ນອກຈາກນີ້ ພວກເຮົາຍັງອາດຈະແຊຣ໌ຂໍ້ມູນນີ້ໃຫ້ກັບພາກສ່ວນທີສາມສຳລັບຈຸດປະສົງນີ້.

 

e)    ຄຸກກີ້ອື່ນໆ

ຄຸກກີ້ເຫຼົ່ານີ້ມາຈາກພາກສ່ວນທີສາມ ແລະ ບໍ່ຈຳເປັນ.

3.      ການຈັດການຄຸກກີ້ - ການຕັ້ງຄ່າບຣາວເຊີ

ຣາວເຊີສ່ວນໃຫຍ່ຍອມຮັບຄຸກກີ້ໂດຍອັດຕະໂນມັດ. ແນວໃດກໍຕາມ, ຣາວເຊີທີ່ທັນສະໄໝສ່ວນໃຫຍ່ຈະໃຫ້ຄວາມເປັນໄປໄດ້ໃນການຈັດການຄຸກກີ້ຕາມການກຳນົດຄ່າຂອງທ່ານເອງ (ການຕັ້ງຄ່າກ່ຽວກັບການລືບ, ການບລັອກ ແລະ ການອະນຸຍາດຄຸກກີ້).

 

ຕໍ່ໄປນີ້ທ່ານຈະຊອກພົບຂໍ້ມູນເພີ່ມເຕີມກ່ຽວກັບການບໍລິານຈັດການຄຸກກີ້ດ້ວຍບຣາວເຊີທີ່ພົບທົ່ວໄປ:

  ລິ້ງ: “Google Chrome

  ລິ້ງ: “Internet Explorer

  ລິ້ງ: “Firefox

  ລິ້ງ: “Microsoft Edge

  ລິ້ງ: “Apple Safari

 

ທ່ານສາມາດປິດໃຊ້ງານຄຸກກີ້ໄດ້ຕະຫຼອດເວລາ, ແຕ່ການປິດໃຊ້ງານພວກມັນອາດຈະປ້ອງກັນບໍ່ໃຫ້ທ່ານໃຊ້ສ່ວນໃດໜຶ່ງຂອງເວັບໄຊທ໌.