ໜ້າຈໍ Halo FullView™ Display
ມຸມມອງທີ່ໄຮ້ຂອບເຂດ

S1 ມາພ້ອມໜ້າຈໍ Halo FullView™ Display ຄວາມງາມໄດ້ສັດສ່ວນຢ່າງສົມບູນແບບ ເຮັດໃຫ້ເກີດຄວາມຮູ້ສຶກສະບາຍຕາ ໜ້າຈໍ Super AMOLED ຂະໜາດ 6.38 ນີ້ວ ອັດຕາສ່ວນສະແດງຜົນ 19.5:9 ພື້ນທີ່ໜ້າຈໍ 89.98% ໃຫ້ທ່ານໄດ້ສຳຜັດກັບຄວາມເພີດເພີນຕື່ນເຕັ້ນຢ່າງໄຮ້ຂີດຈຳກັດ

  • Halo FullView™ Display
  • Aspect Ratio
  • Screen-to-body ratio

Always On Display

ດ້ວຍການເຮັດວຽກ self-illuminating ຂອງ Super AMOLED S1 ມາພ້ອມກັບຟັງຊັ່ນ Always On Display ທີ່ໃຊ້ພະລັງງານຕໍ່າ ນອກຈາກຈະເຮັດໃຫ້ການເບິ່ງເວລາ ກັບການແຈ້ງເຕືອນຂອງແອັບພິເຄຊັ່ນສະດວກສະບາຍຫຼາຍຂື້ນ ຍັງສາມາດປັບແຕ່ງໄດ້ຫຼາຍຮູບແບບທີ່ທ່ານມັກ ເພື່ອໃຫ້ທ່ານເພີດເພີນກັບການໃຊ້ງານຫຼາຍຂື້ນ

In-Display Fingerprint Scanning
Unlock the Future

ຕັ້ງແຕ່ມີການເປີດໂຕເທັກໂນໂລຢີ່ການປົດລັອກລາຍນິ້ວມືເທິງໜ້າຈໍເປັນຄັ້ງທຳອິດ vivo ມຸ່ງໝັ້ນທີ່ຈະມອບປະສົບການການປົດລັອກລາຍນິ້ວມືເທິງໜ້າຈໍທີ່ດີຍິ່ງຂື້ນສຳລັບຜູ້ບໍລິໂພກ, S1 ຈຶ່ງມາພ້ອມກັບເທັກໂນໂລຢີ່ສະແກນລາຍນິ້ວມືເທິງໜ້າຈໍ, ພຽງແຕ່ສະແກນນິ້ວມືກໍສາມາດປົດລັອກໄດ້ຢ່າງງ່າຍດາຍນອກນັ້ນຍັງມາພ້ອມເອັບເຟັກການປົດລັອກທີ່ມີໃຫ້ເລືອກໃຊ້ງານຫຼາຍຮູບແບບ ໃຫ້ການປົດລັອກຂອງທ່ານສະດວກສະບາຍ ແລະ ເພີດເພີນຫຼາຍຂື້ນ

Trendsetting Technology
A Style of Its Own

S1 ກັບການອອກແບບໂຕເຄື່ອງມີຄວາມກ້າວໜ້າທາງເທັກໂນໂລຢີ່ເພີ່ມຫຼາຍຂື້ນ ນຳໃຊ້ດີໄຊສ໌ແບບ Diamond Pattern ການໄລ່ສີນ້ຳເງິນ ແລະ ສີມ່ວງຢ່າງເປັນທຳມະຊາດເຮັດໃຫ້ເບິ່ງຄືກັບເພັດທີ່ກຳລັງເປັ່ງປະກາຍແສງອ້ອມຮອບດ້ວຍສີດຳປຽບເໝືອນດວງດາວທີ່ເປັ່ງປະກາຍໃນທ້ອງຟ້າຍາມຄ່ຳຄືນ

32MP Front Camera
Capture A Clearer You

S1 ກັບການເປັນຜູ້ນຳກ້ອງໜ້າສຸດຄົມຊັດດ້ວຍຄວາມລະອຽດສູງເຖິງ 32 ລ້ານ ພິກເຊວຄວາມຄົມຊັດລະດັບ Ultra HD ຊ່ວຍໃຫ້ທ່ານຖ່າຍຮູບເຊວຟີ່ດ້ວຍຄວາມຄົມຊັດສູງ ແລະ ລາຍລະອຽດທີ່ແມ່ນຍຳ ນອກຈາກນີ້ຍັງມາພ້ອມ AI Face Beauty, Selfie Lighting, AR Stickers, AI Filter ແລະອື່ນໆ ໃຫ້ທ່ານເພີດເພີນໄປກັບການເຊວຟີ່

AI Triple Camera
ການຖ່າຍຮູບຢ່າງມືອາຊີບ

S1 ມາພ້ອມກັບເຊັນເຊີກ້ອງ Sony IMX499 ທີ່ຈະມອບປະສົບການການຖ່າຍພາບກ້ອງຫຼັງທີ່ຄົມຊັດ ແລະ ມີຄວາມລະອຽດຫຼາຍຂຶ້ນພ້ອມດ້ວຍ AI Portrait Framing ທີ່ຊ່ວຍຈັດອົງປະກອບຂອງຮູບໃຫ້ໄດ້ສັດສ່ວນທີ່ສົມບູນເຮັດໃຫ້ທ່ານເພີດເພີນໄປກັບການຖ່າຍຮູບຫຼາຍຂຶ້ນ

AI Super Wide-Angle Camera
Reveal More Beauty

AI Super Wide-Angle Camera ທີ່ສາມາດຖ່າຍຮູບມຸມກ້ວງໄດ້ເຖິງ120° ໝົດຂໍ້ຈຳກັດຂອງການຖ່າຍຮູບແບບເກົ່າໆ ໃຫ້ທ່ານສາມາດເກັບພາບບຸກຄົນ ແລະ ພາບວິວທິວທັດໄດ້ກວ້າງຫຼາຍຂຶ້ນ ຫຼື ເປັນການຖ່າຍຮູບລວມໝູ່ກ້ອງກໍຈະສະຫຼັບເປັນໂໝດ Super Wide-Angle ໂດຍອັດຕະໂນມັດເພື່ອໃຫ້ທ່ານໄດ້ພາບທີ່ກ້ວງຫຼາຍຂຶ້ນ

*ເພື່ອໃຫ້ໄດ້ພາບທີ່ສົມບູນຄວນເກັບພາບທີ່ມຸມມອງ108 °

After

Before After

ປະສິດທິພາບອັນຊົງພະລັງ
ປະສົບການໃຊ້ງານທີ່ລື່ນໄຫຼ

S1 ກັບປະສິດທິພາບທີ່ແຮງດ້ວຍ CPU Octa-core ຂະໜາດ12nm ຄວາມໄວ 2.0GHz ພ້ອມດ້ວຍ RAM 6GB ແລະ ROM 128GB ຊ່ວຍໃຫ້ທ່ານຫຼິ້ນເກມ ຫຼື ໃຊ້ງານຫຼາຍໆແອບພຣິເຄຊັ່ນພ້ອມກັນໄດ້ຢ່າງລື່ນໄຫຼ

  • 6 GB

    RAM

  • 128 GB

    ROM

  • 4500 mAh

    Battery

Unexpected
Long-lasting

S1 ບໍ່ພຽງແຕ່ມີແບັດຂະໜາດໃຫຍ່ 4500mAh ແຕ່ຍັງມາພ້ອມລະບົບສາກໄວ Dual-Engine Fast Charging ເທັກໂນໂລຢີ່ສຸດສະເພາະ ຂອງ vivo ເຮັດໃຫ້ທ່ານສາມາດອອກໄປເຮັດກິດຈະກຳຂ້າງນອກໄດ້ຢ່າງສະບາຍໃຈໂດຍບໍ່ຕ້ອງພົກພາແບັດສຳຮອງ

Ultra Game Mode

ສຳຜັດສຸດຍອດຂອງການຫຼິ້ນເກມດ້ວຍ Ultra-Game Mode ທີ່ຖືກອອກແບບມາເພື່ອຄວາມມ່ວນຊື່ນໃນການຫຼິ້ນເກມຂັ້ນສູງສຸດ ພ້ອມດ້ວຍ ໂໝດ Game Countdown ທີ່ເພີ່ມເຂົ້າມາໃໝ່ສາມາດເຕືອນທ່ານເຖິງເວລາທີ່ເຫຼືອກ່ອນທີ່ເກມຈະເລີ່ມເພື່ອໃຫ້ທ່ານເຮັດສິ່ງຕ່າງໆໃນລະຫວ່າງທີ່ລໍຖ້າ ນອກຈາກນີ້ Multi-Turbo ຟີເຈີທີ່ເຫຼົ່ານັກ Gamer ຕ້ອງການ ສາມາດຊ່ວຍເພີ່ມປະສິດທິພາບໃນການຫຼິ້ນເກມ ແລະ ປ້ອງກັນບັນຫາເຟມເຣດຕົກໄດ້ດີຍິ່ງຂຶ້ນເຖິງ 300%

Jovi
Smarter AI

ພັດທະນາໄປອີກຂັ້ນກັບ Jovi ທີ່ມາພ້ອມກັບSmart Button ແລະ Jovi Image Recognizer ພ້ອມດ້ວຍ Google Assistant ທີ່ມີປະສິດທິພາບຫຼາຍຂຶ້ນເພື່ອໃຫ້ Jovi ເປັນດັ່ງຜູ້ຊ່ວຍທີ່ຮູ້ໃຈທ່ານຫຼາຍທີ່ສຸດ

Smart Button

ພຽງກົດປຸ່ມ Smart Button ໜຶ່ງຄັ້ງເພື່ອເອີ້ນໃຊ້ງານ Google Assistant ກົດສອງຄັ້ງເພື່ອເອີ້ນໃຊ້ງານJovi Image Recognizer ໃຫ້ທ່ານໃຊ້ງານໄດ້ຢ່າງສະດວກສະບາຍ ແລະ ຕອບໂຈດຄວາມຕ້ອງການຂອງທ່ານ

The Google Assistant

S1 ມາພ້ອມກັບລະບົບຄຳສັ່ງດ້ວຍສຽງທີ່ມີຄວາມສະຖຽນຫຼາຍຂຶ້ນ ທ່ານສາມາດສັ່ງໃຫ້ສະມາດໂຟນເປີດ AI Face Beauty ເພື່ອຖ່າຍເຊວຟີ່ ຫຼື ຄົ້ນຫາພາບທີ່ຕ້ອງການຈາກອາລະບຳ ພຽງແຕ່ເວົ້າກໍ່ສາມາດຈັດການທຸກຢ່າງໄດ້ງ່າຍດາຍ

Jovi Image Recognizer

ດ້ວຍຄວາມສະຫຼາດຂອງ Jovi Image Recognizer ສາມາດສະແກນເພື່ອວິເຄາະຫາສິນຄ້າທີ່ທ່ານຕ້ອງການຈາກຖານຂໍ້ມູນສິນຄ້າຕ່າງໆຫຼາຍກວ່າ 1 ຮ້ອຍລ້ານຂໍ້ມູນເທິງຮ້ານຄ້າອອນລາຍຫຼາຍກວ່າ 100 ໜ້າຮ້ານໂດຍຈະສະແດງຂໍ້ມູນສິນຄ້າ ລາຄາ ຂໍ້ມູນທີ່ໜ້າສົນໃຈຕ່າງໆໃຫ້ທ່ານມ່ວນຊື່ນໄປກັບຍຸກສະໄໝຂອງການ Shopping ອອນລາຍ

ຄຳສະຫງວນສິດ

1、ໜ້າຈໍຂະໜາດ 6.38 ນິ້ວ ແທກຕາມຂອບຈໍແບບຫຼ່ຽມແຕ່ຖ້າແທກຕາມມຸມໂຄ້ງຂອງຈໍຈະໄດ້ຄວາມກ້ວງຢູ່ທີ່ 6.16 ນິ້ວ

2、ອາຍຸການໃຊ້ງານຂອງແບັດເຕີຣີ່ອ້າງອີງຈາກການທົດລອງໃຊ້ງານໃນຫ້ອງປະຕິບັດການ

3、ພາບຜະລິດຕະພັນມີໄວ້ເພື່ອການອ້າງອີງເທົ່ານັ້ນເນື້ອຫາທີສະແດງເທິງໜ້າຈໍເປັນພາບຈຳລອງຂຶ້ນເພື່ອການສາທິດ ກະລຸນາທົດລອງທີ່ໂຕເຄື່ອງແທ້ ການປຽບທຽບທັງໝົດທີ່ສະແດງໃນໜ້ານີ້ອ້າງອີງກັບຜະລິດຕະພັນ vivo ເທົ່ານັ້ນ

4、ຂໍ້ມູນທັງໝົດຂຶ້ນຢູ່ກັບພາລາມິເຕີການອອກແບບທາງເທັກນິກຂອງເຮົາ ຜົນການທົດສອບໃນຫ້ອງປະຕິບັດການ ແລະ ການທົດສອບຈາກຜູ້ຈັດຈຳໜ່າຍຜົນລັບທີ່ໄດ້ອາດຈະແຕກຕ່າງກັນໄປ ຂຶ້ນຢູ່ກັບລຸ່ນຂອບຊອບແວ ສະພາບແວດລ້ອມໃນການທົດສອບ ແລະ ລຸ່ນຂອງໂທລະສັບ

5、S1 ກໍລະນີຕິດຟີມໜ້າຈໍຈາກພາຍນອກອາດສົ່ງຜົນຕໍ່ການສະແກນລາຍນີ້ວມືເທີງໜ້າຈໍໄດ້ແນະນຳໃຫ້ຕິດທີ່ສູນ vivo ເທົ່ານັ້ນ

6、ເຄື່ອງໝາຍການຄ້າຂອງGoogle ທີ່ເວົ້າເຖິງໃນໜ້ານີ້ເປັນຂອງ Google

7、vivo ຂໍສະຫງວນສິດໃນການປ່ຽນແປງຂໍ້ກຳນົດ ແລະ ຄຳອະທິບາຍຂອງຜະລິດຕະພັນທີ່ໄດ້ລະບຸໄວ້ໃນເອກະສານສະບັບນີ້ໄດ້ໂດຍບໍ່ຕ້ອງແຈ້ງລ່ວງໜ້າ