ໜ້າຫຼັກ

>

ຊ່ວຍເຫຼືອ

>

ການອັບເດດລະບົບ

>

ບົດສອນແນະນຳ

ຄູ່ມືການຕຶດຕັ້ງເຟີມແວ

ຄຳແນະນຳ:

 ເນື່ອງຈາກຂໍ້ຈຳກັດລະບົບ Android 8 ແລະເວີຊັ່ນທີ່ສູງກວ່າ ໂທລະສັບທີ່ໃຊ້ລະບົບ Android 8 ແລະເວີຊັ່ນທີ່ສູງກວ່າຂື້ນໄປ ຈະບໍ່ສາມາດດາວເກຣດ ເພື່ອໃຊ້ເວີຊັ່ນທີ່ຕຳ່ກວ່າໄດ້ (ທ່ານສາມາດໄປທີ່ການຕັ້ງຄ່າ>ການອັບເດດລະບົບ ເພື່ອກວດສອບເວີຊັ່ນປະຈຸບັນຂອງທ່ານ) 

ຂັ້ນຕອນທີ່ຈະລ້າງຂໍ້ມູນພາຍໃນໂທລະສັບຂອງທ່ານ ເຊັ່ນ ລາຍຊື່ຜູ້ຕິດຕໍ່ ຂໍ້ຄວາມ ເປັນຕົ້ນ ກະລຸນາສຳລອງຂໍ້ມູນທີ່ສຳຄັນຂອງທ່ານ ແລະ ແນ່ໃຈວ່າໂທລະສັບມີປະລິມານແບັດເຕີລີ້ ທີ່ພຽງພໍ (30% ຂື້ນໄປ)


ສຳລັບໂທລະສັບມືຖືFullview Display:

1.  ລ້າງຂໍ້ມູນພາຍໃນໂທລະສັບຂອງທ່ານ

1) ປິດໂທລະສັບຂອງທ່ານ ຈາກນັ້ນກົດປຸ່ມເປີດ / ປິດ ແລະປຸ່ມເພີ່ມລະດັບສຽງຄ້າງໄວ້ພ້ອມກັນ ຈົນກວ່າ ໂລໂກ້ vivo ຈະປະກົດຂື້ນເພື່ອເຂັ້າສຸ່ໂໝດ Fastboot ເລືອກໂໝດການກູ້ຄືນ ( Recovery mode )ໂດຍໃໍ້ປຸ່ມລົດລະດັບສຽງແລະກົດເຂົ້າໂດຍປຸ່ມເປີດ / ປິດ 

2) ແຕະລ້າງຂໍ້ມູນ ( Wipe data )> ລ້າງຂໍ້ມູນ (Wipe data)> ປ້ອນລະຫັດຜ່ານຂອງໜ້າຈໍລອັກ Reboot system ເພື່ອຣີບູດໂທລະສັບຂອງທ່ານ

2.ດາວໂຫລດເຟີມແວສຳລັບໂທລະສັບຂອງທ່ານ 

3.ເມື່ອດາວໂຫລດສຳເລັດ ຍ້ານໄຟຣໄປຍັງໃດເຣກທໍຣີ ພື້ນທີ່ຈັດເກັບຂອງໂທລະສັບຫຼື ກາດ SD ໂດຍບໍ່ຕ້ອງແຍກໄຟຣ

ໝາຍເຫດ: ພື້ນທີ່ຂອງໄດເຣກທໍຣີຄື ເມື່ອທ່ານເປີດໄຟທັງໝົດເທິງໂທລະສັບຂອງທ່ານ ໄຟຣເຟີມແວ ຈະເປັນສີ່ງທຳອິດທີ່ທ່ານເບີ່ງເຫັນ ດັ່ງນັ້ນ ບໍ່ຄວນນຳໄຟຣວາງໄວ້ໃນໂຟນເດີ ສຳລັບໂທລະສັບ vivo ທ່ານສາມາດຫາໄຟຣທັງໝົດໄດ້ທີ່ທຸກໄຟຣໃນຕົວຈັດການໄຟຣຫຼືພື້ນທີ່ຈັດເກັບໂທລະສັບ

4.ຕິດຕັ້ງເຟີມແວ

ຖ້າທ່ານສາມາດເຂົ້າສູ່ລະບົບໂທລະສັບໄດ້ ໄປຍັງຕົວຈັດການໄຟຣ ເພື່ອຄິກຕິດຕັ້ງເຟີມແວ

ຖ້າທ່ານບໍ່ສາມາດເຂົ້າສູ່ໂທລະສັບໄດ້ ໃຫ້ເຮັດຕາມຂັ້ນຕອນຂ້າງຕົ້ນເພື່ອເຂົ້າສູ່ໂໝດການກູ້ຄືນ (Recovery mode)ຈາກນັ້ນເລືອກຕິດຕັ້ງການອັບເດດ>ພື້ນທີ່ຈັດເກັບໂທລະສັບ ຫຼື ກາດ SD >ເລືອກເຟີມແວ > ແຕະຖັດໄປເພື່ອຕິດຕັ້ງ


ສຳລັບໂທລະສັບທີ່ມີໜ້າຈໍສະແດງຜົນອັດຕາສ່ວນ 16:9

1. ລ້າງຂໍ້ມູນພາຍໃນໂທລະສັບຂອງທ່ານ

1) ປິດເຄື່ອງໂທລະສັບຂອງທ່ານ ຈາກນັ້ນກົດປຸ່ມ ເປີດ/ປິດ ແລະເພີ່ມລະດັບສຽງຄ້າງໄວ້ພ້ອມກັນ ຈົນກະທັ້ງໂລໂກ້ vivo ປະກົດຂື້ນເພື່ອເຂົ້າສູ່ໂໝດການກູ້ຄືນ (Recovery mode)

2) ແຕະລ້າງຂໍ້ມູນ (wipe sdata)> ລ້າງຂໍ້ມູນ(wipe data)> ລ້າງຂໍ້ມູນ (wipe data) ຈາກນັ້ນເລືອກ Reboot system ເພື່ອຣີບູດເຄື່ອງໂທລະສັບຂອງທ່ານ(ສຳລັບ Funtouch os 2.0 ແລະລຸ່ນທີ່ເວີຊັ່ນຕຳ່ກວ່າ ) ເລືອກໂໝດການກູ້ຄືນ (Recovery mode) ໂດຍໃຊ້ປຸ່ມລົດລະດັບສຽງແລະກົດເຂົ້າໂດຍປຸ່ມ ເປີດ/ປິດ ຈາກນັ້ນເລືອກລ້າງຂໍ້ມູນ(Wipe data) ຣີເຊັດເປັນຄ່າເລີ່ມຕົ້ນ (Factory reset) > ລ້າງຂໍ້ມູນ (Wipe data) ແລ້ວເລືອກຣີບູດລະບົບດຽວນີ້ ເພື່ອຣີບູດເຄື່ອງໃໝ່

2. ດາວໂຫລດເຟີມແວສຳລັບໂທລະສັບຂອງທ່ານ 

3.ເມື່ອດາວໂຫລດສຳເລັດ ຍ້າຍໄຟຣໄປຍັງໄດເຣກທໍຣີ ພື້ນທີ່ຈັດເກັບຂອງໂທລະສັບຫຼືກາດ SD ໂດຍບໍ່ຕ້ອງແຍກໄຟຣ

ໝາຍເຫດ:ພື້ນຖານຂອງໄດເຣກທໍີຣີຄື ເມື່ອທ່ານເປີດໄຟຣທັງໝົດເທິງໂທລະສັບຂອງທ່ານ ໄຟຣເັີມແວຂະເປັນສີ່ງທຳອິດ ດັ່ງນິ້ນບໍ່ຄວນນຳໄຟຣວາງໄວ້ໃນໂຟນເດີ ສຳລັບໂທລະສັບ vivo ທ່ານສາມາດຫາໄຟຣທັງໝົດໄດ້ທີ່ທຸກໄຟຣຫຼືພື້ນທີ່ຈັດເກັບໂທລະສັບ

4.ຕຶດຕັ້ງເຟີມແວ

ຖ້າທ່ານສາມາດເຂົ້າສຸ່ລະບົບໂທລະສັບໄດ້ ໄປຍັງຕົວຈັດການໄຟຣເພື່ອຄຣິກຕິດຕັ້ງເຟີມແວ

ຫາກທ່ານບໍ່ສາມາດເຂົ້າສຸ່ໂທລະສັບໄດ້ ໃຫ້ເຮັດຕາມຂັ້ນຕອນຂ້າງຕົ້ນເພື່ອເຂົ້າສູ່ໂໝດການກູ້ຄືນ (Recovery mode) ຈາກນັ້ນເລືອກຕິດຕັ້ງການອັບເດດ> ພື້ນທີ່ການຈັດເກັບໂທລະສັບຫຼືກາດSD>ເລືອກເຟີມແວ>ແຕະຖັດໄປເພື່ອຕຶດຕັ້ງ(ສຳລັບ Funtouch OS 2.0 ແລະລຸ່ນທີ່ເວີຊັ່ນຕຳ່ກວ່າ ເລືອກ "ໃຊ້ການອັບເດດຈາກກາດພາຍໃນ" (ພື້ນທີ່ການຈັດເກັບໂທລະສັບ) ຫຼື "  ໃຊ້ການອັບເດດຈາກກາດພາຍນອກ " (SD card) ຈາກນັ້ນເລືອກເຟີມແວທີ່ຈະຕິດຕັ້ງ)