ໜ້າຫຼັກ

>

ກ່ຽວກັບ vivo

>

ອະນາຄົດ

ສ້າງອະນາຄົດຂອງທ່ານ

ກ່ຽວກັບບໍລິສັດ vivo

ບໍລິສັດ vivo ແມ່ນຜູ້ຜະລິດສະມາດໂຟນລະດັບໂລກ ດ້ວຍໂຮງງານຜະລິດ ແລະ ສູນວິໄຈ ພັດທະນາໃນປະເທດຈີນ (ເມືອງຕົງກວນ, ເຊິນເຈີ້ນ, ໜານຈິງ, ປັກກິງ ແລະ ຫາງໂຈ ແລະ ສົງຊິ່ງ), ອິນເດຍ, ອິນໂດເນເຊຍ ແລະ ສະຫະລັດ ອາເມລິກາ (ເມືອງຊານດີເອໂກ). ຕະຫລາດຫລາຍປີ, ບໍລິສັດ vivo ໄດ້ພັດທະນາຕະຫລາດສະມາດໂຟນ ຢູ່ໃນປະເທດຈີນ, ອິນເດຍ ແລະ ອາຊີຕາເວັນອອກສ່ຽງໃຕ້ (ອິນໂດເນເຊຍ, ມາເລເຊຍ, ຫວຽດນາມ, ໄທ, ມຽນມ້າ ແລະ ຟິລິບປິນ). ໃນປີ 2017, ບໍລິສັດ vivo ຍັງຈະຂະຫຍາຍທຸລະກິດໃນພາກພື້ນ ເຊັ່ນ: ຮ່ອງກົງ, ມາເກົ້າ, ໄຕຫວັນ, ອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ພ້ອມທັງຕາເວັນອອກກາງ.

ພາບລວມພະນັກງານ:

●ພະນັກງານທັງໝົດ >40,000    

●ອາຍຸສະເລ່ຍ 29 ປີ    

●ຜູ້ອໍານວຍການອາຍຸນ້ອຍສຸດ 29 ປີ    

●ຜູ້ຈັດການອາຍຸນ້ອຍສຸດ 23 ປີ    

ການອົບຮົມ ແລະ ພັດທະນາພະນັກງານ

vivo ເຊື່ອວ່າການອົບຮົມ ແລະ ພັດທະນາພະນັກງານພວກເຮົາແມ່ນສິ່ງສໍາຄັນຫລາຍ. ພວກເຮົາໄດ້ຈັດຫລັກສູດຕ່າງໆ, ເສັ້ນທາງການພັດທະນາອາຊີບ ແລະ ທີ່ຫວ່າງທີ່ພຽງພໍ ໃຫ້ແກ່ເຂົາເຈົ້າ ເພື່ອເພີ່ມລະດັບທັກສະຄວາມສາມາດ.

ລາຍໄດ້ &ສະຫວັດດີການ (ຂຶ້ນກັບທີ່ຕັ້ງ)

ທຸກປີ ບໍລິສັດ vivo ໄດ້ມີສ່ວນຮ່ວມໃນການວິໄຈຕະຫລາດຜົນຕອບແທນ ແລະ ລາຍໄດ້ທາງອຸດສະຫະກໍາ ເພື່ອຮັບປະກັນຜົນຕອບແທນພະນັກງານໃຫ້ສາມາດແຂ່ງຂັນກັບຕະຫລາດໄດ້. ພວກເຮົາຍັງໄດ້ສ້າງຕັ້ງໂຄງການເງິນໂບນັສທີ່ມາຈາກການເຮັດວຽກ ເຊິ່ງໄດ້ເປີດໂອກາດໃຫ້ແກ່ພະນັກງານທີ່ມີຄວາມສາມາດ. ສໍາລັບພະນັກງານທີ່ເຮັດວຽກດີສຸດສະເພາະແລ້ວ, ພວກເຮົາຍັງໄດ້ສ້າງລະບົບໂບນັສທີ່ບໍ່ຈໍາກັດແລະ ລະບົບອົບຮົມສະເພາະໃຫ້ແກ່ເຂົາເຈົ້າ.

ສະຫວັດດີການ (ຂຶ້ນກັບທີ່ຕັ້ງ):

●ຄ່າເດີນທາງ    

●ກວດສຸຂະພາບຟຣີ    

●ບັ້ຍລ້ຽງຊົດເຊີຍ    

●ກິດຈະກໍາພັກຜ່ອນ ແລະ ກິລາ    

●ທີ່ພັກພະນັກງານ    

●ຂອງຂວັນວັນເກີດ ແລະ ມື້ພັກ    

●ເງິນອຸນໜູນທີ່ພັກ    

●ເງິນຄ່າອາຫານ    

●ເງິນອຸດໜູນພະນັກງານໃໝ່    

●ເງິນເດືອນ + ໂບນັສທ້າຍປີ + ຮຸ້ນ/ສິດຊື້ຂາຍ    

●ກອງທຶນສ້າງທີມງານ    


ວັດທະນາທໍາການເຮັດວຽກ

ບໍລິສັດ vivo ແມ່ນຄອບຄົວທີ່ໃຫຍ່ທີ່ໃຫ້ການຕ້ອນຮັບທີ່ອົບອຸ່ນ ດ້ວຍພະນັກງານທີ່ໜຸ່ມແໜ້ນ ແລະ ກະຕືລື່ລົ້ນ. ພວກເຮົາເນັ້ນໃສ່ການກະທໍາ ບໍ່ແມ່ນລໍາດັບຊັ້ນພະນັກງານ. ພະນັກງານທັງໝົດແມ່ນໄດ້ຮັບອະນຸຍາດໃຫ້ມີຄວາມອິດສະຫລະ ແລະ ທີ່ຫວ່າງໃນການພັດທະນາຕົວເຂົາເຈົ້າເອງ.

ວັດທະນາທໍາບໍລິສັດ

ວິໄສທັດ:

ກາຍເປັນບໍລິສັດສາກົນທີ່ແຂງແກ່ນ ຢູ່ຄົງຕະຫລອດໄປ

ຄຸນຄ່າຫລັກ:

BENFEN, ຊື່ສັດ, ຈິດວິນຈານຂອງທີມງານ, ຄຸນນະພາບທີ່ເໜືອກວ່າ, ການຮຽນຮູ້ທີ່ໄວ, ນະວັດຕະກໍາການປ່ຽນແປງ, ການກໍານົດທິດທາງຜູ້ບໍລິໂພກ.

ພາລະໜ້າທີ່:

  • ●ຕໍ່ກັບລູກຄ້າ: ຕອບສະໜອງຜະລິດຕະພັນທີ່ມີຄຸນນະພາບ ແລະ ການບໍລິການທີ່ດີເລີດ

  • ●ຕໍ່ກັບພະນັກງານ: ສ້າງ ແລະ ຮັກສາສະພາບແວດລ້ອມການເຮັດວຽກທີ່ໜ້າເຄົາລົບ ປອງດອງສາມັກຄີ

  • ●ຕໍ່ກັບຮຸ້ນສ່ວນທຸລະກິດ: ສ້າງລະບອບການຮ່ວມມືທີ່ສະເໝີພາບ ເທົ່າທຽມກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

  • ●ຕໍ່ກັບຜູ້ຖືຮຸ້ນ: ໃຫ້ຜົນຕອບແທນຈາກການລົງທຶນສູງກວ່າຄ່າສະເລ່ຍ

ສະພາບແວດລ້ອມການເຮັດວຽກ (ຂຶ້ນກັບທີ່ຕັ້ງ)

ສະພາບແວດລ້ອມການເຮັດວຽກຂອງພວກເຮົາແມ່ນສະດວກສະບາຍດ້ວຍສິ່ງອໍານວຍຕ່າງໆທີ່ສົມບູນແບບ. ຈາກຫ້ອງອາຫານພະນັກງານທີ່ມີອາຫານແຊບ ແລະ ບັນຍາກາດທີ່ດີ ຫາເດີນຫລີ້ນກິລາບ້ວງທີ່ໃຫຍ່ໂອໂຖງ, ໂຮງເພາະກາຍທີ່ທັນສະໄໝ, ຫ້ອງຫລີ້ນກິລາປິງປ໋ອງ ແລະ ໂຕະສະນຸກເກີ້, ພວກເຮົາຍັງມອບຄວາມສະດວກສະບາຍຕ່າງໆໃຫ້ແກ່ທ່ານ ເພື່ອອໍານວຍໃຫ້ແກ່ຊີວິດຂອງທ່ານຢູ່ທີ່ບໍລິສັດ vivo.