vivo ນຳສະເໜີສິນຄ້າ ໂທລະສັບລຸ້ນໃໝ່

ວຽງຈັນ, Apr. 01, 2018

ບໍລິສັດ vivo (ປະເທດລາວ) ຈໍາກັດ ຈັດພິທີນໍາສະເໜີ ໂທລະສັບລຸ້ນໃໝ່ vivo Vຂື້ນວັນທີ່ 1 ເມສາ 2018 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ມີ ທ່ານ ເຟີງ ຈ້ຽນ ຊິນ ຜູ້ຈັດການຕະຫຼາດທົ່ວໄປຂອງບໍລິສັດ vivo ຈຳກັດ ພ້ອມດ້ວຍພະນັກງານ ນາຍແບບ ນາງແບບ ແລະ ແຂກຖືກເຊີນເຂົ້າຮ່ວມ.

ງານຄັ້ງນີ້

ເພື່ອນຳສະເໜີໂສມສິນຄ້າໃໝ່ໃຫ້ບັນດາລູກຄ້າໄດ້ເຂົ້າມາສຳຜັດສິນຄ້າຕົວຈີ່ງພາຍໃນງານ ແລະ ເພື່ອເປັນການຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງລູກຄ້າ ເຊີ່ງບໍລິສັດນຳເຂົ້າມືຖືລຸ້ນໃໝ່ເປັນຍີ່ຫໍ້ vivo Vເຊີ່ງມີຈຸດເດັ່ນຂອງລຸ້ນນີ້ແມ່ນເນັ້ນກ້ອງຖ່າຍພາບເປັນຫຼັກໃຫ້ມີຄວາມຊັດເຈນ ແຈມແຈ້ງແບບບໍ່ຄືໃຜ ແລະ ການອອກແບບຫຼູ່ຫຼ່າງາມຕາໂດດເດັ່ນ ໜ້າຈໍກ້ວາງຂື້ນກວ່າເດີມ ເຊີ່ງກ້ອງໜ້າແມ່ນ 24 ລ້ານພິກເຊວ ກ້ອງຫຼັງເປັນກ້ອງຄູ່ 16+5 ລ້ານພິກເຊວ ແລມ 4 ກິກ ລອມ 64 ກິກ ແລະສາມາດເພີ່ມແມມໂມລີ້ໄດ້ສູງເຖີງ 256 ກິກ ມີໂໝດປັບແຕ່ງຄວາມງາມພາຍໃນກ້ອງໄດ້ຫຼາຍຢ່າງ ພ້ອມນີ້ຍັງໃຫ້ມາທັງໝົດ 8 ສະແກນ ປັດຈຸບັນມີຂາຍແລ້ວຕາມຮ້ານຄ້າສາຄາ vivo ທົ່ວປະເທດ