ເປີດໂຕຢ່າງເປັນທາງການໃນປະເທດລາວກັບ vivo V9 ມືຖືກ້ອງຄູ່ ຈໍຍັກ 6.3 ນິ້ວ FullHD +

ວຽງຈັນ, Apr. 01, 2018

ເປີດໂຕໃນບ້ານເຮົາຢ່າງເປັນທາງການແລ້ວ ກັບມືຖືຕະກູນ V  ລຸ້ນໃໝ່ຈາກ vivo ກັບ vivo Vເຊິ່ງເທຶ່ອນີ້ຍັງຄົງຈັດເຕັມກັບກ້ອງໜ້າເຊັ່ນເຄີຍທີ 24MP ແຕ່ເພີ່ມກ້ອງຫຼັງເປັນກ້ອງຄູ່ 16MP+5MP ພ້ອມໂໝດ Al ແລະ ຍັງເພີ່ມໜ້າຈໍເປັນ FullHD+ແຕ່ມາໃນລາຄາທີ່ຖືກກວ່າເກົ່າ.

 

      ໃນວັນທີ 1 ເມສາ 2018 ບໍລິສັດວີໂວ່ໄດ້ເປີດໂຕໂທລະສັບລຸ້ນໃໝ່ vivo Vເຊິ່ງງານຄັ້ງນີ້ໄດ້ຈັດຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການເຂົ້າຮ່ວມຂອງຄະນະບໍລິຫານງານວີໂວ່ (ປະເທດລາວ) ຈຳກັດ vivo Sole(Laos)co.,Ltd ພ້ອມທັງສິລະປິນນັກຮ້ອງທີ່ມີຊື່ສຽງຂອງປະເທດຂອງຫຼາຍທ່ານ.

      ໂດຍການອອກແບບໃນເທຶ່ອນີ້ມາພ້ອມກັບຄວາມຫຼູຫຼາງາມຕາໂດດເດັ່ນໃນເວລາພົບເຫັນພ້ອມໜ້າຈໍທີ່ກວ້າງຂຶ້ນກວ່າເກົ່າ.

  • ໜ້າຈໍຂະໜາດ 3 ນິ້ວ ຄວາມລະອຽດ FHD+(1080x2280) ອັດຕາສ່ວນ 19:9

  • CPU Snapdragon 626

  • GPU Adreno 506

  • RAM 4GB

  • ຄວາມຈຸ 64GB ຮອງຮັບ MicroSD card 256GB

  • ກ້ອງຫຼັງຄູ່ 16MP+5MP (f/2.0)ຮອງຮັບການຖ່າຍວິດີໂອ 4K 30fps

  • ກ້ອງໜ້າ 24MP (f/2.0)

  • ການເຊື່ອມຕໍ່WiFi 802.11 a/b/g/n/ac, dual-band, WiFi Direct, hotspot, Bluetooth 4.2, MicroUSB 2.0

  • ເຊັນເຊີFingerprint (ດ້ານຫຼັງ), accelerometer, gyro, proximity, compass

  • ແບັດເຕີຣີ່ 3260 mAh

  • Android 8.1 ຄອບດ້ວຍ Funtouch OS 4.0

  • ຂະໜາດ 81 x 75.03 x 7.89ມມ

  • ມີນ້ຳໜັກ 150 ກຣາມ