ວີໂວ່ ນຳສະເໜີໂທລະສັບສະມາດໂຟນລຸ້ນວີ9

ວຽງຈັນ, Apr. 01, 2018

ບໍລິສັດວີ່ໂວ້(ປະເທດລາວ)ຈໍາກັດ ໄດ້ນໍາສະເໜີໂທລະສັບສະມາດໂຟນລຸ້ນ ວີ 9 ທີສູນການຄ້າວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ໃນວັນທີ1 ເມສາ ຜ່ານມາໂດຍການເຂົ້າຮ່ວມຂອງຂະນະບໍລິຫານງານ ບໍລິສັດວີ່ໂວ້(ປະເທດລາວ)ຈຳກັດ,ພ້ອມດ້ວຍແຂກຖືກເຊີນ ແລະ ຊື່ມວນຊົນເຂົ້າຮ່ວມ. ການນຳສະເໜີພະລິດຕະພັນໃໝ່ຂອງ ບໍລິສັດວີ່ໂວ້(ປະເທດລາວ)ຈຳກັດ ໃນຄັ້ງນີ້ເພຶອເປັນການຕອບສະໝອງຄວາມຮຽກຮ້ອງຕ້ອນການຂອງລູກຄ້າ ດັ່ງນັ້ນທາງບໍລິສັດຈຶ່ງໄດ້ນຳເຂົ້າ ໂທລະສັບມືຖືສະມາດໂຟນ ຊື່ງເປັນຢີ່ຫໍ້ກໍ່ຄື ວີ່ໂວ້ ວີ່9 ສະມາດໂຟນລຸ້ນດັ່ງກວ່າແມ່ນເນັ້ນໄປທີ່ກ້ອງຖ່າຍຮູບພາບເປັນຈຸດເດັ່ນທີ່ສາມາດຖ່າຍຮູບພາບໄດ້ຄົມຊັດແຈ້ງແບບທີ່ຕ່າງຈາກມືຖືລຸ້ນທົ່ວໆໄປ ແລະ ບໍ່ຄືໃຜ,ກ້ອງໜ້າ24ລ້ານເມກ້າພີກເຊວ,ກ້ອງຫຼັງເລນຄູ່,ທີ່ມາພ້ອມກັບການອອກແບບຫຼູຫຼາ,ໂດດເດັ່ນສວຍງາມໃນເວລາຈັບ(ຖື) ອອກງານຕ່າງໆມາພ້ອມກັບໝ້າຈໍທີ່ກ້ວາງຂຶ້ນກວ່າເກົ່າ,ແລມ4ກິກ ລອມ 64 ກິກ ແລະ ຍັງສາມາດເພີ້ມແມມໂມລີ້ໄດ້ 256 ກິກ, ສິ່ງທີ່ສຳຄັນຍັງມີໂໜດປັບແຕ່ງຄວາມງາມພາຍໃນກ້ອງໄດ້ຢ່ງຫຼາກຫຼາຍເຊັ່ນ ອໍບິວຕີ້(Al bueati) ອາດສະຕິກເກີ້ AR Sticker ແລະ ເອກະສານເໝາະແກ່ການແກ້ໄຂງານໄມໂຄຮຊ໋ອບ ອ໋ອຟຟິດສ ເວີດສ (Wps Office) ແລະ ຍັງສາມາດສະແກນໃບໝ້າດ້ວຍເຕັກໂນໂລຊີ ທີ່ທັນສະໄໜ 0,1ວິນາທີ ສຳລັບທ່ານທີມັກຮັກໃນການຫຼິ້ນເກມ ວີ່ໂວ້ ວີ 9 ລຸ້ນນີ້ສາມາດຕອບສະໝອງທ່ານໄດ້ແບບຈຸໃຈກັບ CPU ທີໃຫ້ມາທັງໝົດ 8 ແກນສະໝອງ ແລະ ຍັງສາມາດໃຊ້ແຊັດ,ສົນທະນາໃນຂະນະທີ່ຫຼິ້ນເກມໂດຍບໍ່ຕ້ອງອອກຈາກເກມ.