vivo V9 ເປີດໃຫ້ຈັບຈອງແລ້ວ ມາພ້ອມຄວາມໂດດເດັ່ນເລື່ອງກ້ອງ

ວຽງຈັນ, Apr. 01, 2018

ໃນວັນທີ 01 ເມສາ 2018 ທາງບໍລິສັດ ວີໂວ່ (ປະເທດລາວຈໍາກັດ (vivo Sole (Laos) Co.,Ltd) ໄດ້ເປີດໂຕສິນຄ້າໃໝ່ ສະມາດໂຟນລຸ້ນ vivo V9 ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການເຂົ້າຮ່ວມເປັນປະທານ ໄດ້ແກ່ທ່ານ ເຟີງ ຈ້ຽນ ຊິນ ຜູ້ຈັດການຕະຫຼາດທົ່ວໄປ ບໍລິສັດ ວີໂວ່ ປະເທດລາວ ພ້ອມດ້ວຍຄະນະບໍລິຫານ ແລະພະນັກງານ ວີໂວ່.

ຈຸດປະສົງຂອງການເປີດງານໃນຄັ້ງນີ້ ແມ່ນເພື່ອເປັນການເປີດໂສມໜ້າສິນຄ້າໃໝ່ ໃຫ້ລູກຄ້າໄດ້ເຂົ້າມາສໍາຜັດກັບສິນຄ້າຕົວຈິງພາຍໃນງານ ແລະເພື່ອເປັນການຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າດັ່ງນັ້ນພວກເຮົາຈຶ່ງໄດ້ນໍາເຂົ້າສະມາດໂຟນລຸ້ນໃໝ່ໃນຕະກູນ V ນັ້ນກໍຄື vivo V9. ຈຸດເດັ່ນຂອງລຸ້ນທີ່ຈະເນັ້ນທີ່ກ້ອງຖ່າຍພາບເປັນຫຼັກໃຫ້ພາບມີຄວາມຄົມແຈ້ງແບບບໍ່ຄືໃຜ ແລະການອອກແບບທີ່ມີຄວາມຫຼູຫຼາ ງາມຕາມ ແລະໂດດເດັ່ນໃນເວລາພົບເຫັນມີໜ້າຈໍທີ່ກວ້າງຂຶ້ນກວ່າເກົ່າກ້ອງໜ້າຄວາມລະອຽດ 24 ລ້ານພິກເຊວກ້ອງຫຼັງ 16+5 ລ້ານພິກເຊວ ເປັນກ້ອງເລນຄູ່ແຣມ 4 ກິກຄວາມຈໍາຕົວເຄື່ອງ 64 ກິກແລະຍັງສາມາດເພີ່ມຄວາມຈໍາພາຍນອກໄດ້ເຖິງ 256 ກິກ ອີກດ້ວຍນອກນັ້ນຍັງມີໄຮໄລ້ເດັ່ນຂອງກ້ອງນັ້ນກໍຄື AI Beauty, AR Sticker ແລະເອກະສານເໝາະແກ່ການໃຊ້ງານ WPS Office ແລະຍັງສາມາດປົດລ໋ອກສະມາດໂຟນ ດ້ວຍການສະແກນໃບໜ້າ ມີຄວາມໄວ 0,1 ວິນາທີ.

ສ່ວນລາຄາແມ່ນ 2.990.000 ກີບ ສາມາດຈັບຈອງເປັນເຈົ້າຂອງໄດ້ແລ້ວທຸກສາຂາ ແລະຕົວແທນຈໍາໜ່າຍທົ່ວປະເທດ.